ທ່ານ ດັ້ງດິ່ງກຸຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN) |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຖືວ່າ ບັນດາການກະທຳໃຊ້ຄວາມຮຸນແຮງ ແລະ ຄຳເວົ້າທີ່ມີລັກສະນະຍຸ້ ແຍ່ພວມເຮັດໃຫ້ການແບ່ງແຍກລະຫວ່າງ ຊາວອິດສະລາແອັນ ແລະ ຊາວປາແລດສະຕິນຮ້າຍແຮງຂຶ້ນຕື່ມ ແລະ ກໍ່ຄວາມຫຍຸ້ງຍາກໃຫ້ແກ່ບັນດາຄວາມມານະພະຍາຍາມສ້າງສັນຕິພາບ. ເພື່ອສ້າງຄວາມສະດວກໃຫ້ແກ່ການຊອກຫາວິທີການແກ້ໄຂ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຖືວ່າ ຕ້ອງຢຸດຕິບັນດາການກະທຳຕັ້ງຖິ່ນຖານຄົງທີ່ແບບຜິດກົດໝາຍ ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ຢຸດຕິການທຳລາຍຊັບສິນ, ເຮືອນຊານຂອງ ຊາວປາແລັດສະຕິນ ແລະ ເຄົາລົບສະພາບເດີມບັນດາເຂດສັກສິດຢູ່ Jerusalem. ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ບັນດາຝ່າຍ ຕອ້ງມີມາດຕະການທີ່ຈຳເປັນເພື່ອປົກປ້ອງເດັກນ້ອຍໃນການປະທະກັນ.
ແລະກໍ່ໃນວັນທີ 28 ກໍລະກົດ, ເມັກຊີໂກ ໄດ້ສົມທົບກັບອັງກິດ, Estonia, ອາເມລິກາ, ນອກແວ ແລະ ຕູນີຊີ ຈັດກອງປະຊຸມຕາມຮູບການ Arria ຂອງສະພາຄວາມໝັ້ນຄົງ ສປຊ ປຶກສາຫາລືກ່ຽວກັບບົດບາດຂອງ ຄວາມຄິດຕາຍຕົວການຈຳແນກການປະພຶດລະຫວ່າງຍິງ - ຊາຍ ໃນການສະກັດກັ້ນການກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງ.

