ວາ​ລະ​ສານ Paris Match (ຝ​ລັ່ງ) ສະ​ບັບ​ອອກ​ຕົ້​ນ​ເດືອນ ກໍ​ລະ​ກົດ ມີ​ບົດ​ຂຽ​ນ​ໂຄ​ສະ​ນາ​ກ່ຽວ​ກັບ ຫວຽດ​ນາມ ຄື​ດັ່ງ​ສະ​ຖານ​ທີ່​ເຕົ້​າ​ໂຮມ​​ຄວາມ​ປະ​ທັບ​ໃຈ​ຫຼາຍ​ຢ່າງ​ທີ່​ແຕກ​ຕ່າງ​ກັນ. ຈາກ ດ່ານັ້ງ, ໂຮ້ຍ​ອານ, ອ່າວ ຮະ​ລອງ ຕະ​ຫຼອດ​ຮອດ ອຽນ​ຕື… ບົດ​ຂຽນ​ໄດ້​ວາດ​ພາບ ຫວຽດ​ນາມ ແມ່ນ​ປະ​ເທດ​ມີ​ທິວ​ທັດ​ທຳ​ມະ​ຊາດ​ເປັນ​ຫຼາຍ​ຮູບ​ຫຼາຍ​​ສີ, ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທ​ະ​ນະ​ທຳ ແລະ ນັບ​ມື້​ນັບ​ດຶງ​ດູດ​ໃຈ​ໃນ​ແຜນ​ທີ່​ທ່ອງ​ທ່ຽວ​ສາ​ກົນ.

ບົດ​ຂຽນ​ຕີ​ລາ​ຄາ​ວ່າ ດ່ານັ້ງ ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດ​າ​ສູນ​​ກາງທ່ອງ​ທ່ຽວ​ໃຫຍ່​ຂອງ​ພາກ​ກາງ, ດ​້ວຍ​ເຂດ​ພັກ​ຜ່ອນຕາກ​ອາ​ກາດ ແລະ ​ໂຮງ​ແຮນ​ຢູ່​ລຽບ​ຕາມ​ແຄມ​ທະ​ເລ​ເປັນ​ຈຳ​ນວນ​ຫຼາຍ. ໃນ​ຂະ​ນະ​ນັ້ນ, ແຫຼມ​ເກາະ ເຊີນ​ຈ່າ, ພົ້ນ​ເດັ່ນ​ຂອນ​ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ຂອງ​ເຂດປ່າ ແລະ ທະ​ເລ. ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ ໂຮ້ຍ​ອານ, ວາ​ລະ​ສານ Paris Match ໃຫ້​ຂໍ້​ສັງ​ເກດ​ວ່າ ນະ​ຄອນ​ຮັກ​ເກັບ​ຮັກ​ສາ​ໄວ້​​ບັນ​ດາ​ເຮືອນ​ເກົ່າ, ຈົ່ວ​ເກົ່າ ພ້ອມ​ກັບ​ຂີດ​ໝາ​ຍ​ຂອງ​ທ່າ​ກຳ​ປັ່​ນ​ແລກ​ປ່ຽນ​ສິນ​ຄ້າ​ທີ່ຄັບ​ຄາ​ໜ້າ​ແໜ້ນ​ໃນ​ອະ​ດີດ​ໄວ້ເກືອບ​ເໝ​ືອນ​ເດີມ.

ເມື່ອ​ຂຽນ​ກ່ຽວ​ກັບ​ສະ​ຖານ​ທີ່​ແຖວ​ໜ້າ​ທາງ​ພາກ​ເໜືອ, ວາ​ລະ​ສານ Paris Match ໃຫ້​ຂໍ້​ສັງ​ເກດ​ວ່າ ອ່າວ ຮະ​ລອງ ຍັງ​ແມ່ນ​ທິດ​ທັດ​ທຳ​ມະ​ຊາດ​ມີ​ຊື່​ສຽງ​ທີ່​ສຸດ​ໃນ​ໂລກ ດ້ວຍ​ເກາະ​ນັບ​ພັນ​ແຫ່ງ, ລະ​ບົບ​ຖ້​ຳ ແລະ ທິວ​ທັດ​ທຳ​ມະ​ຊາດ​ໃຫຍ່​ໂຕ​ມະ​ໂຫ​ຖານ. ສ່ວຍ​ເຂດ​ມໍ​ລະ​ກົດ​ແຫ່​ງ​ຊາດ ອຽນ​ຕື ຄື​ດັ່ງ​ສ່ວນ​ໜຶ່ງ​ຂອງວັດ​ທະ​ນະ​ທຳ - ຈິດ​ວິນ​ຍານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ແຫ່ງ​ທີ່​ແຂກ​ທ່ອງ​ທ່ຽວ​ສາ​ມາດ​ຊ​ອ​ກ​ຫາ​ໄດ້​ບັນ​ຍາ​ກາດບໍ​ລິ​ສຸດ​ຜຸດ​ຜ່ອງ​ຢູ່​ທາງ​ກາງ​ເຂດ​ພູ​ພາ​ປ່າ​ໄມ້.

ຕາມ​ວາ​ລະ​ສານນີ້​ແລ້ວ, ກໍ່​ຍ້ອນ​ມີ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ທຳ​ມະ​ຊາດ, ປະ​ຫວັດ​ສາດ, ມໍ​ລະ​ດົກ ແລະ ການ​ດຳ​ລົ​ງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ ໄດ້​ສ້າງ​ບັນ​ດາ​ການ​ປະ​ພຶດ​ມີ​ກຳ​ລັງ​ດຶດ​ດູດ​​ພິ​ເສດ​ຕໍ່ແຂ​ກ​ທ່ອງ​ທ່ຽວ​ສາ​ກົນ.