ຫວຽດ​ນາມ ພວມ​ພົ້ນ​ເດັ່ນ​ຂຶ້ນ​ຄື​ດັ່ງ​ສະ​ຖານ​ທີ່​ດຶງ​ດູດ​​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ລົດ​ໄຟ​ຟ້າ ຍ້ອນ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ມີ​ສະ​ຖຽນ​ລະ​ພາບ, ນະ​ໂຍ​ບາ​ຍ​ອຸດ​ສາ​ຫະ​ກຳ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ແຫຼ່ງ​ກຳ​ລັງ​ມີ​ຄຸນ​ນະ​ພາບ ແລະ ລະ​ບົບ​ຊີ​ວະ​ພາບ​ການ​ຜະ​ລິດ​ໄດ້​ພັດ​ທະ​ນາ​ຢ່າງ​ຄົບ​ຊຸດ. ນີ້​ແມ່ນ​ການ​ຕີ​ລາ​ຄາ​ຂອງ​ທ່ານນາງ Victoria Fanggidae, ຫົວ​ໜ້າ​ຝ່າຍ​ບໍ​ລິ​ຫານ​ງານ​ສູນ​ຄົ້ນ​ຄວ້າ​ນະ​ໂຍ​ບາຍ The PRAKARSA, ແລະ ທ່ານ Victoria Fanggidae, ຜູ້​ປະ​ສານ​ງານ​ໂຄງ​ການ Yuanda Pangi Harahap, ຍົກ​ອອກ​ມາ​ໃນ​ບົດ​ວິ​ຈານ​ທີ່​ເອົາ​ລົງ​ໃຈ​ໜັງ​ສື​ພິມ The Jakarta Post ຂອງ ອິນ​ໂດ​ເນ​ເຊຍ ຫວ່າງ​ມໍ່ໆ​ມານີ້.

ບົດ​ຂຽນ​ໃຫ້​ຂໍ້​ສັງ​ເກດ​ວ່າ, ຫວຽດ​ນາມ ພວມ​ສະ​ແດງ​ໃຫ້​ເຫັນ​ວິ​ທີ​ສຳ​ພັດ​ຢ່າງ​ຮອບ​ດ້ານກວ່າ​ໃນ​ການ​ພັດ​ທະ​ນາ​ຂະ​ແໜງ​ລົດ​ໄຟ​ຟ້າ ຜ່ານ​ການ​ຮັກ​ສາ​ບັນ​ດາ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ໄລ​ຍະ​ຍາວ, ການ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອຸດ​ສາ​ຫະ​ກຳ, ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ສ້າງ​ລະ​ບົບ​ຊີ​ວະ​ພາບ​ຜະ​ລິດ​ເຕັກ​ໂນ​ໂລ​ຊີ​ສູງ​ເທື່ອ​ລະ​ກ້າວ. ຍ້ອນ​ມີ​ຄວາ​ມ​ສະ​ຖຽ​ນ​ລ​ະ​ພາບ ແລະ ຄວາມ​ສາ​ມາດ​ຄາດ​ຄະ​ເນ​ຂອງ​ນະ​ໂຍ​ບາຍ ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ວິ​ສາ​ຫ​ະ​ກິດ ເມື່ອ​ຍົກ​ອອກ​ຂໍ້​ຕົກ​ລົງ​ລົງ​ທຶນ​ໃນ​ໄລ​ຍະ​ຍາວ.