ພິທີປຸກລະດົມໂຄງການອຸປະຖຳເພື່ອ ແນໃສ່ຄຸ້ມຄອງ, ຫຼຸດຜ່ອນບັນດາຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດໃຫ້ແກ່ນະຄອນ ເຫ້ວ (ພາບ: TTXVN) |
ຕາມນັ້ນແລ້ວ, ນະຄອນເຫ້ວຈະໄດ້ຮັບການໜູນຊ່ວຍດ້ານເຕັກນິກ ແລະ ປະກັນໄພດ້ານໄພທຳມະຊາດໃຫ້ແກ່ຊັບສິນຂອງລັດຈຳນວນໜຶ່ງຕາມຂໍ້ກຳນົດຂອງກົດໝາຍໂດຍຜ່ານໂຄງການນີ້. ໂຄງການລວມມີບັນດາການເຄື່ອນໄຫວເກັບກຳຂໍ້ມູນກ່ຽວກັບຊັບສິນຂອງລັດກໍ່ຄືອອກແບບບັນດາວິທີການແກ້ໄຂການປະກັນໄພທີ່ເໝາະສົມ. ບັນດາການເຄື່ອນໄຫວນີ້ຈະພ້ອມກັນໜູນຊ່ວຍການພັດທະນາຍຸດທະສາດອຸປະຖຳການຄຸ້ມຄອງຄວາມສ່ຽງຈາກໄພທຳມະຊາດຢ່າງຮອບດ້ານໃຫ້ແກ່ນະຄອນຄື: ການປະກັນໄພ, ສິນເຊື່ອ ແລະ ຕະຫຼາດເງິນທຶນ ເພື່ອແນໃສ່ສະໜອງແຫຼ່ງການເງິນໃຫ້ແກ່ການຊ່ວຍເຫຼືອ, ຟື້ນຟູຢ່າງວ່ອງໄວ ແລະ ການສ້າງຕັ້ງນະຄອນຄືນໃໝ່ພາຍຫຼັງໄພທຳມະຊາດ.

