ທີ່ກອງປະຊຸມສຳມະນາ (ພາບ: TTXVN)

ວັນທີ 07 ພະຈິກ, ທີ່ນະຄອນ ໂຮ່ຈີມິນ, ກອງທຶນໂຄງການໜູນຊ່ວຍຊີວິດສັງຄົມ ຫວຽດນາມ ສົມທົບກັບອົງການ Action Aid ຫວຽດນາມ, ອົງການເຂົ້າຈີ່ໂລກ ຈັດຕັ້ງກອງປະຊຸມສຳມະນາ: ແບ່ງປັນ ແລະ ເຊື່ອມຕໍ່ບັນດາອົງການກ່ຽວກັບການຮັບມືຕໍ່ໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ.

ຕາມບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາແລ້ວ, ໃນການໜູນຊ່ວຍບັນດາໂຄງການກ່ຽວກັບຮູບແບບຫາເງິນລ້ຽງຊີບນັ້ນ, ບັນດາອົງການຄວນສຸມໃສ່ເຂົ້າໃນບັນດາຮູບແບບທີ່ແທດເໝາະກັບການກະທົບຂອງການປ່ຽນແປງຂອງດິນຟ້າອາກາດໂດຍລະອຽດ, ຄື: ຮູບແບບການປູກຝັງ ແລະ ບັນດາວິທີການຫາເງິນລ້ຽງຊີບໃນລະດູນ້ຳຖ້ວມນ້ຳແກ່ງ, ຫັນປ່ຽນຮູບແບບການປູກຝັງ, ລ້ຽງສັດຕໍ່ສະພາບການນ້ຳທະເລຊຶມເຂົ້າ. ການຮ່ວມແຮງຮ່ວມໃຈຂອງບັນດາອົງການຈັດຕັ້ງທີ່ເຄື່ອນໄຫວໃນຂົງເຂດສິ່ງແວດລ້ອມ, ຮັບມືຕໍ່ການປ່ຽນແປງຂອງດິນຟ້າອາກາດ ໄດ້ປະກອບສ່ວນແບ່ງປັນບົດຮຽນ, ຮູບແບບຕົວຈິງຢູ່ທ້ອງຖິ່ນ, ຈາກນັ້ນ ຖອດຖອນມາໄດ້ວິທີເຮັດຢ່າງເໝາະສົມ, ມີປະສິດທິຜົນໃນການຮັບມືຕໍ່ການປ່ຽນແປງຂອງດິນຟ້າອາກາດ ເພື່ອຜັນຂະຫຍາຍຢ່າງກ້ວາງຂວາງໃນໄລຍະຈະມາເຖິງ.