ແຈ້ງ​ການ​ທາງ​ການ​ອອກ​ໃນ​ຕອນ​ຄ່ຳ​ວັນ​ທີ 11 ຕຸ​ລາ​ຂອງ Houthi ໂດຍ​ໃຫ້​ຮູ້​ວ່າ ໃນ 24 ຊົ່ວ​ໂມງ​ກ່ອນ​ນັ້ນ, ກຸ່ມ​ນີ້​ໄດ້​ເປີດຫຼາຍ​ບັ້ນ​ບຸກ​ໂຈມ​ຕີ​ທີ່ພັນລະນາວ່າ ​ມີ​ຄຸນ​ນະ​ພາບ ແລະ ມີ​ປະ​ສິ​ດ​ທິ​ຜົນ, ເລັ່ງ​ໃສ່ຫຼາຍ​ເປົ້າ​ໝາຍ​ຢູ່ ອາ​ຣັບ​ບິ ຊາອ​ຸ​ດິ, ລວມ​ມີ​ສະ​ໜາມ​ບິນ​ສາ​ກົນ 2 ແຫ່ງ ແລະ ຮາກ​ຖານ​ນ້ຳ​ມັນ​ຂອງ​ກຸ່ມ​ບໍ​ລິ​ສັດ Aramco 2 ແຫ່ງ. ໃນ​ນັ້ນ, ການ​ເຄື່ອ​ນໄຫວ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ສະ​ໜາມ​ບິນ King Khalid ຢູ່​ນະ​ຄອນຫຼວງ Riyadh ໄດ້​ເກີດ​ຂຶ້ນ​ເປັນຫຼາຍ​ຄັ້ງ, ນຳ​ໃຊ້​ລູກ​ສອນ​ໄຟ​ນຳ​ວິ​ຖີ, ລູກ​ສອນໄຟ​ຕິດປີກ ແລະ ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ. ອີກສະໜາມ​ບິນທີ່​ຖືກ​ບຸກ​ໂຈມ​ຕີ​ແມ່ນ Dammam, ນອນ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ ອາ​ຣັບ​ບິ ຊາ​ອຸ​ດິ.

ອົງ​ການ​ການ​ບິນພົນ​ລະ​ເຮືອນ ອາ​ຣັບ​ບິ ຊາ​ອຸ​ດິ ໄດ້​ຢັ້ງ​ຢືນ​ວ່າ ສະ​ໜາມ​ບິນ​ສາ​ກົນ King Khalid ຢູ່​ນະ​ຄອນຫຼວງ Riyadh ສືບ​ຕໍ່​ຖືກ​ບຸກ​ໂຈມ​ຕີ​ໃນ​ຕອນ​ບ່າຍ​ວັນ​ທີ 11 ຕຸ​ລາ, ເຮັດ​ໃຫ້​ຜູ້​ຄົນ​ຈຳ​ນວນ​ໜຶ່ງ​ຖືກ​ບາດ​ເຈັບ. ກ່ອນ​ໜ້າ​ນັ້ນ, ໃນ​ຕອນ​ບ່າຍ​ວັນ​ທີ 10 ຕຸ​ລາ, ສະ​ໜາມ​ບິນ​ແຫ່ງ​ນີ້​ກໍ່​ຖືກ​ບຸກ​ໂຈມ​ຕີ ເຮັດ​ໃຫ້ 13 ຄົນ​ເສຍ​ຊີ​ວິດ ສ່ວນຫຼາຍ​ແມ່ນ​ຊາວ​ຕ່າງ​ປະ​ເທດ, ພ້ອມ​ກັບ​ຜູ້​ຖືກ​ບາດ​ເຈັບ 308 ຄົນ.

ກ່ຽວ​ກັບ​ເຫດ​ບຸກ​ໂຈມ​ຕີ​ໃນ​ວັນ​ທີ 10 ຕຸ​ລາ, ສ​ະ​ຫະ​ປະ​ຊາ​ຊາດ, ສະ​ຫະ​ພາບ ເອີ​ລົບ ແລະ ປະ​ເທດ​ຕາ​ເວັນ​ຕົກ​ຈຳ​ນວນ​ໜຶ່ງ,​ ໃນ​ວັນ​ທີ 11 ຕຸ​ລາ ​ໄດ້​ກ່າວ​ປະ​ນາມ​ການ​ກະ​ທຳ​ນີ້​ຢ່າງ​ແຮງ.