ວັນທີ 21 ຕຸລາ, ສື່ມວນຊົນ ອາຣັບບິ ຊາອຸດິ ໃຫ້ຮູ້ວ່າ ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 2 ຄົນໃນເຫດບຸກໂຈມຕີເປັນປໍລະປັກໂດຍກຳລັງ Houthi ຢູ່ເຢແມນດຳເນີນ. ເຫດການໄດ້ເກີດຂຶ້ນເມື່ອລະບົບປ້ອງກັນອາກາດຂອງ ອາຣັບບິ ຊາອຸດິດ ພວມປະຕິບັດຄວາມມານະພະຍາຍາມສະກັດກັ້ນເຮືອບິນບໍ່ຄົນຂັບ ໄດ້ຍິງຈາກເຢແມນ, ເລັ່ງໃສ່ບໍ່ນ້ຳມັນ Shaybah ຂອງກຸ່ມບໍລິສັດນ້ຳມັນ Aramco ຢູ່ແຂວງຕາເວັນອອກ. ເຫດບຸກໂຈມຕີເຮັດໃຫ້ພາຫະນະໜຶ່ງຂອງຜູ້ຮັບເໝົາທີ່ພວມເຮັດວຽກໃນບໍ່ນ້ຳມັນຖືກໄຫມ້, ແຕ່ບໍ່ມີຜົນສະທ້ອນຕໍ່ການເຄື່ອນໄຫວຂອງຮາກຖານນີ້. ນອກຈາກ ຊາວຟີລິບປິນ 1 ຄົນແລະ ຊາວເນປານ 1 ຄົນເສຍຊີວິດ, ເຫດການຍັງເຮັດໃຫ້ມີສອງຄົນຖືກບາດເຈັບ. ປັດຈຸບັນກຳລັງ Houthi ບໍ່ທັນໄດ້ຍົກອອກຄຳຄິດເຫັນໃດໆ.
