ວັນທີ 30 ຕຸລາ, ກຳລັງ Houthi ນິ​ຍົມ ອີຣານ ຖື​ກກ່າວ​ຫາວ່າ ສືບຕໍ່​ບຸກໂຈມຕີທຳ​ນຽບປະທານາທິບໍດີ ເຢແມນ ແລະ ສະໜາມບິນສາກົນ Aden ຢູ່ນະຄອນຫຼວງ​ຊົ່ວ​ຄາວຂອງລັດຖະບານ ເຢເມນ ເຊິ່ງ​ສາກົນໄດ້​ຮັບ​ຮອງ. ທ່ານ Majed Abdullah al-Nuzaili, ໂຄສົກກອງ​ທັບ ເຢແມນ ໃຫ້​ຮູ້ວ່າ ກຳລັງ Houthi ໄດ້ຍິງລູກສອນໄຟນຳ​ວິ​ຖີໃສ່​ເຂດ​ປະ​ສົມທຳນຽບປະທານາທິບໍດີ (ພະລາຊະວັງ Maashiq) ແລະ ສະໜາມບິນສາກົນ Aden. ການບຸກໂຈມຕີດັ່ງກ່າວເກີດຂຶ້ນ​ພາຍ​ຫຼັງ​ໜຶ່ງວັນ​ສະ​ໜາມ​ບິນສາກົນ Aden ໄດ້ເປີດປະ​ຕູຄືນໃໝ່​ພາຍຫຼັງ​ເວ​ລາ​ຢຸດ​ຕິຊົ່ວຄາວ ເພື່ອສ້ອມແປງ​ຍ້ອນ​ການ​ບຸກໂຈມຕີຂອງ Houthi ກ່ອນໜ້ານັ້​ນ. ນີ້ແມ່ນການໂຈມຕີຄັ້ງທີສອງ​ໃນ​ຮອບ​ເວ​ລາ​ສອງ​ອາ​ທິດ​ຜ່ານ​ມາ, Houthi ໄດ້ບຸກ​ໂຈມ​ຕີ​ໃສ​່​ທຳ​ນຽບ ປະທານາທິບໍດີ ເຢແມນ. ຈຳນວນຜູ້ເສຍຊີວິດ, ​ໄດ້ຮັບ​ບາດ​ເຈັບ​ຍ້ອນ​ການ​ບຸກໂຈມຕີຂອງ Houthi ​ຍັງ​ບໍ່​ທັນໄດ້ປະ​ກາດເທື່ອ.