ພາຍຫຼັງການປະທະກັນກັບກຳລັງລັດຖະບານ Yemen, ວັນທີ 10 ກັນຍາເປັນຫຼາຍວັນ, ກຳລັງ Houthi ໄດ້ຢຶດເອົານະຄອນທ່າກຳປັ່ນຍຸດທະສາດ Mokha ນອນຢູ່ຝັ່ງທະເລທາງທິດຕາເວັນຕົກ Yemen, ຜ່ານນັ້ນ ກໍ່ເປີດກວ້າງສິດຄວບຄຸມລຽບຕາມເຂດຝັ່ງທະເລແດງຫຼາຍກວ່າອີກ ແລະ ໃກ້ກັບຊ່ອງແຄບທະເລຍຸດທະສາດ Bab Al-Mandab. ຕາມເຈົ້າໜ້າທີ່ Yemen ທ່ານໜຶ່ງແລ້ວ, ບັນດາກຳລັງລັດຖະບານໄດ້ອອກຈາກ Mokha ແລະ ປັດຈຸບັນພວມຕັ້ງທັບຢູ່ Dhubab, ຫ່າງຈາກ ນະຄອນທ່າກຳປັ່ນ Mokha ປະມານ 50 ກີໂລແມັດໄປທາງທິດໃຕ້. ໃນຂະນະທີ່ ທ່ານ Tareq Saleh ຮອງປະທານສະພາການນຳປະທານາທິບໍດີ Yemen ໃຫ້ຮູ້ວ່າ: ກຳລັງລັດຖະບານຖືກຮັບບາດເຈັບລົ້ມຕາຍໃນບັ້ນບຸກໂຈມຕີຂອງ Houthi ທີ່ເລັ່ງໃສ່ນະຄອນ Mokha ແລະ ແຂວງ Taiz ໃນຫຼາຍວັນຜ່ານມາ.
