ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ ອີຢິບ Abdel-Aal (ພາບ: TTXVN)

ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ ອີຢິບ Abdel-Aal, ພົບປະກັບຜູ້ຕ່າງໜ້າບັນດາພັກຢູ່ ອີຢິບ, ເຮັດວຽກກັບສະຖານທູດ ແລະ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອີຢິບ.

ທີ່ບັນດາການເຮັດວຽກ, ທ່ານ ຟ້າມມິງຈີ໊ງ ໄດ້ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືອັນດີງາມກັບ ອີຢິບ; ສະເໜີ 2 ຝ່າຍຈະສືບຕໍ່ຍູ້ແຮງການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ ເພື່ອຜົນປະໂຫຍດ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ; ສະເໜີ ອີຢິບ ຈະສືບຕໍ່ສະໜັບສະໜູນ ຫວຽດນາມ ສ້າງຕັ້ງການພົວພັນກັບສະຫະພາບ ອາຟຣີກາ (AU) ຢ່າງເປັນທາງການ.