ທ່ານນາງ ເຈືອງທິມາຍ ພົບປະກັບບັນດາເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນ ກ່ອນທີ່ຈະເດີນທາງໄປປະຕິບັດໜ້າທີ່

ກ່າວຄຳເຫັນທີ່ການພົບປະ, ທ່ານນາງ ເຈືອງທິມາຍ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ສະເໜີບັນດາເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນ, ຫົວໜ້າ ສຳນັກງານຜູ້ຕາງໜ້າຂອງຫວຽດນາມຢູ່ຕ່າງປະເທດ ຕ້ອງເສີມຂະຫຍາຍບົດບາດນຳໜ້າໃນຂົງເຂດພົວພັນຕ່າງປະເທດຢ່າສງແຂງແຮງ, ປຸລະດົມບັນດາແຫຼ່ງກຳລັງຈາກພາຍນອກ, ພິເສດແມ່ນການເຊື່ອມຕໍ່, ຊ່ວຍເຫຼືອ ຂົນຂວາຍຊາວຫວຽດນາມອາໄສຢູ່ຕ່າງປະເທດກ່ວາ 5 ລ້ານຄົນ ເຊື່ອມຕົວເຂົ້າກັບການເຄື່ອນໄຫວຂອງປະເທດປະຈຳຖິ່ນ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຈາກໂລກລະບາດ, ມີການປະກອບສ່ວນຫຼາຍກ່ວາອີກເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ.