|
(ພາບ: Doan Dan/TTXVN) |
ທີ່ການເຮັດວຽກ, ທ່ານນນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ເຈືອງທິມາຍ ໄດ້ຕີລາຄາສູງ ຄວາມເອົາໃຈໃສ່ ກໍຄືບັນດາການປະກອບສ່ວນຂອງບັນດາເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າອົງການຈັດຕັ້ງສາກົນ ໃນເລື່ອງຊຸກຍູ້ການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະ ບັນດາປະເທດ. ທ່ານນາງ ເຈືອງທິມາຍ ໃຫ້ຮູ້ວ່າ ຕະຫຼາດແຮງງານຫວຽດນາມ ພວມເໜັງຕີງໄປຕາມທິດຕັ້ງໜ້າ. ໄລຍະຜ່ານມາ, ຫວຽດນາມໄດ້ມີຄວາມມານະພະຍາຍາມຫຼາຍຢ່າງໃນການປະຕິບັດບັນດາເປົ້າໝາຍ ຄວາມສະເໝີພາບລະຫວ່າງຍິງ-ຊາຍ.
ທ່ານ Kamal Malhotra, ປະທານຮ່ວມ ກຸ່ມປະສານງານ, ຜູ້ປະສານງານຂອງສະຫະປະຊາຊາດປະຈຳຫວຽດນາມ ສະແດງຄວາມປາດຖະໜາຢາກຊອກຮູ້ທັດສະນະຂອງຫວຽດນາມ ແລະ ບາງຂໍ້ມູນຂ່າວສານກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນວິວັດການປັບປຸງກົດໝາຍວ່າດ້ວຍແຮງງານຂອງຫວຽດນາມ.

