ທ່ານນາງ ເຈືອງທິມາຍ ຢ້ຽມຢາມ, ອວຍພອນວັນບຸນຄຼິດສະມາດຢູ່ເຂດຊາວຄຼິດ ບູຍຈູ, ແຂວງ ນາມດິ້ງ (ພາບ: TTXVN)

ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ໄດ້ຮັບຮູ້ການປະກອບສ່ວນຂອງສັງຄະລາດ, ບັນດາຜູ້ມີຍົດຖາບັນດາສັກ, ຊາວຄຼິດເຂດຊາວຄຼິດ ບູຍຈູ ໃນພາລະກິດສ້າງສາ ແລະ ພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ, ປະເທດຊາດ, ປະກອບສ່ວນເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກປາດຖະໜາວ່າ: ໃນໄລຍະຈະມາເຖິງ, ຄຸນພໍ່, ຜູ້ມີຍົດຖາບັນດາສັກ, ພໍ່ແມ່ປະຊາຊົນຊາວຄຼິດ ນັບມື້ນັບມີຄວາມຜູກພັນ, ປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ, ຄຳສັ່ງສອນຂອງສັນຕະປາປາເປັນຢ່າງດີ ແລະ ທິດທາງຂອງສະພາສັງຄະລາດ ຫວຽດນາມ “ດຳລົງຊີວິດຢ່າງມີຄວາມຜາສຸກ”.