ທ່ານນາງ ເຈືອງທິມາຍ ອວຍພອນບັນດາຜູ້ມີຍົດຖາບັນດາສັກ ສະມາຄົມພຸດທະສາສະໜາ ຫວຽດນາມ (ພາບ: ອິນເຕີແນັດ)


ນະທີ່ນີ້, ທ່ານນາງ ເຈືອງທິມາຍຢືນຢັນວ່າ: ພັກ, ລັດຍາມໃດກໍ່ຮັບຮູ້, ຕີລາຄາສູງບັນດາການປະກອບສ່ວນຂອງສະມາຄົມພຸດທະສາສະໜາ ຫວຽດນາມ ໃນການສ້າງສາ ແລະ ພັດທະນາປະເທດຊາດ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຂົນຂວາຍພະສົງສາມະເນນ, ພຸດທະສາສະນິກກະຊົນຢູ່ໃນສິນກິນໃນທຳຮັບປະກັນຮີດຄອງປະເພນີ. ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງການພັດທະນາ ແລະ ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງພຸດທະສາສະໜາ, ສ້າງເງື່ອນໄຂເພື່ອໃຫ້ພຸດທະສາສະໜາສືບຕໍ່ພັດທະນາ, ຮ່ວມເດີນທາງກັບ ຊາດ, ປະຕິບັດທິດນຳເທດສະໜາທຳມະ - ຊົນຊາດ - ສັງຄົມນິຍົມ, ເສີມຂະຫຍາຍມູນເຊື້ອປ້ອງກັນປະເທດຊາດ ເຮັດໃຫ້ປະຊາຊົນມີຄວາມສະຫງົບສຸກ. ທ່ານນາງ ເຈືອງທິມາຍ ອວຍພອນສະມາຄົມພຸດທະສາສະໜາຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນພຸດທະສາສະໜາທົ່ວປະເທດຄັ້ງທີ 8 (ອາຍຸການ 2017 - 2022) ສຳເລັດຜົນ.