ນະທີ່ນີ້, ທ່ານ ວໍ້ວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມໄດ້ຍ້ອງຍໍຊົມເຊີຍບັນດາຜົນງານຊຶ່ງສຳນັກພິມຍາດມາໄດ້ໃນ 37 ປີທີ່ຜ່ານມາ. ການເຄື່ອນໄຫວຂອງສຳນັກພິມໄດ້ປະກອບສ່ວນເຮັດໃຫ້ຊີວິດທາງດ້ານວັດທະນະທຳ ແລະ ຈິດໃຈຂອງປະຊາຊົນໃນທົ່ວປະເທດ ອຸດົມສົມບູນຍິ່ງຂຶ້ນ.
ໃນວັນດຽວກັນ, ທ່ານ ວໍ້ວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດ ນັກປະພັນດົນຕີ ຜູ້ອາວຸໂສ ຫງວຽນວັນຕີ້ ພ້ອມດ້ວຍຄອບຄົວ.
