ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງວໍວັນເທືອງ ເຮັດວຽກຢູ່ແຂວງຕວຽນກວາງ

(ພາບ: TTXVN)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ວໍວັນເທືອງ ເນັ້ນໜັກວ່າ, ຕວຽນກວາງ ແມ່ນແຂວງມີມູນເຊື້ອປະຕິວັດ, ສະນັ້ນ, ຕ້ອງສາມັກຄີ, ອອກແຮງສ້າງສາບ້ານເກີດເມືອງນອນໃຫ້ນັບມື້ນັບຮັ່ງມີ, ສວຍງາມ, ສູ້ຊົນນຳແຂວງຕວຽນກວາງ ໃຫ້ກາຍເປັນແຂວງພັດທະນາດີສົມຄວນ ໃນບັນດາແຂວງເຂດພູດອຍທາງພາກເໜືອ. ທ່ານ ວໍວັນເທືອງ ຮຽກຮ້ອງໃຫ້ແຂວງ ຕວຽນກວາງ ປະຕິບັດບັນດາມາດຕະການພັດທະນາເສດຖະກິດ, ສັງຄົມໃຫ້ເປັນຢ່າງດີ; ເອົາໃຈໃສ່ເບິ່ງແຍງຄອບຄົວນະໂຍບາຍ, ຜູ້ທີ່ມີຄຸນງາມຄວາມດີ ໃຫ້ເປັນຢ່າງດີ. ພ້ອມກັນນັ້ນ, ທາງແຂວງກໍ່ຕ້ອງເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງຖັນແຖວພະນັກງານເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ໃນສະພາບການໃໝ່, ສຶກສາທິດສະດີແນວຄິດການເມືອງໃນເງື່ອນໄຂປະຈຸບັນ.