ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN) |
ນະທີ່ນີ້, ການນຳສອງທ່ານໄດ້ເນັ້ນໜັກວ່າ ຕ້ອງເພີ່ມທະວີການສົມທົບກັນ, ແບ່ງປັນບົດຮຽນໃນການຮັບມືກັບໂລກລະບາດໂຄວິດ - 19 ແລະ ສຳຜັດກັບແຫຼ່ງວັກຊິນຢ່າງມີປະສິດທິຜົນ; ສືບຕໍ່ຊຸກຍູ້ບັນດາການແລກປ່ຽນ ແລະ ພົບປະຄະນະຜູ້ແທນຂັ້ນຕ່າງໆ ດ້ວຍຮູບແບບທີ່ເໝາະສົມ ແລະ ມີໄຫວພິບ; ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ; ຍູ້ແຮງການປະຕິບັດໂຄງການດຳເນີນງານ ໄລຍະ 2019 – 2023 ເພື່ອຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດ ແລະ ວິໄສທັດການຮ່ວມມືໃນດ້ານປ້ອງກັນຊາດລະຫວ່າງສອງຝ່າຍ ໄລຍະ 2017 – 2022.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo |
ນອກຈາກນັ້ນ, ການນຳສອງຝ່າຍກໍໄດ້ແລກປ່ຽນກ່ຽວກັບບັນດາບັນຫາຂອງພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີບັນຫາທະເລຕາເວັນອອກ ແລະ ສະຖານະການຢູ່ ມຽນມາ; ເຫັນດີເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາອົງການຈັດຕັ້ງ, ເວທີປາໄສຫຼາຍຝ່າຍ ແລະ ພາກພື້ນ.


