ຕາມແຈ້ງການຂອງກອງເສນາທິການໃຫຍ່ກອງທັບ ຕວກກີ ແລ້ວ, ມີ 2.488 ຄົນຖືກຈັບຕົວໃນວັນທີ 29 ກັນຍາ ເມື່ອພວມພະຍາຍາມຂ້າມຊາຍແດນ ຈາກ ຊີຣີ ໄປຍັງ ຕວກກີ. ໃນວັນດຽວກັນ, ກຳລັງ ທະຫານປ້ອງກັນຊາຍແດນ ກໍ່ໄດ້ຈັບຕົວ 61 ຄົນພວມຊອກວິທີຂ້າມຊາຍແດນໄປເຖິງ ເກຼັກ.
ຕວກກີ ໄດ້ກາຍເປັນປະເທດທາງຜ່ານສຳລັບຊາວອົບພະຍົບ ຈາກບັນດາເຂດຂາດສະຖຽນລະພາບໃນໂລກ ຄື ຊີຣີ, ອີຣັກ ແລະ ອາບການິສະຖານ ຊອກວິທີໄປເຖິງ ສະຫະພາບເອີລົບ.
