ທ່ານລັດຖະມົນຕີການຕ່າງປະເທດຕວກກີ Mevlut Cavusoglu

(ພາບ: THX/TTXVN)

ເມື່ອຕອບສຳພາດຕໍ່ຊ່ອງ Al Jazeera, ທ່ານລັດຖະມົນຕີການຕ່າງປະເທດ Cavusoglu ເນັ້ນໜັກວ່າ “ບໍ່ມີປະເທດໃດຢູ່ໃນ ແລະ ນອກພາກພື້ນສະໜັບສະໜູນອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊີຣີ ຍິ່ງກວ່າຕວກກີ. ຖ້າຫາກສັງເກດບັນດາຖະແຫຼງການ Astana (ກາຊັກສະຖານ) ແລະ Sochi (ລັດເຊຍ), ອາດເຫັນໄດ້ວ່າ, ຕວກກີ ສະໜັບສະໜູນຄວາມເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊີຣີ”.