ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ແລະ ທ່ານ ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono (ພາບ: ຮົ່ງຫາຍ/TTXVN) |
ທີ່ເຫດການນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດບົນຈິດໃຈຕ່າງຝ່າຍຕ່າງມີຜົນປະໂຫຍດຜ່ານການຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດຄືການລົງທຶນ, ການຄ້າ, ອຸດສາຫະກຳ, ພະລັງງານ, ກະສິກຳ. ສອງຝ່າຍໄດ້ເຫັນດີຈະຊຸກຍູ້ການຮ່ວມມືໃນການຮັບຜູ້ອອກແຮງງານ, ນັກສຶກສາ, ຄົ້ນຄ້ວາຂອງ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຟ້າມບີ່ງມິງໄດ້ສະເໜີໃຫ້ຝ່າຍຍີ່ປຸ່ນ ຫັນລະບຽບການອອກວີຊາເຂົ້າເມືອງ ຍີ່ປຸ່ນ ໃຫ້ແກ່ຊາວ ຫວຽດນາມ ໃຫ້ມີຄວາມສະດວກກ່ວາ. ສອງຝ່າຍໄດ້ເຫັນດີຈະເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄວໃນພາກພື້ນ ແລະ ສາກົນ, ຊຸກຍູ້ການຮ່ວມສຳພັນເສດຖະກິດສາກົນ, ໃນນັ້ນມີການຜັນຂະຫຍາຍສັນຍາຄູ່ຮ່ວມມືຮອບດ້ານແລະກ້າວຫນ້າຂ້າມປາຊີຟິກ(CPTPP).
ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາມາດຕະການທີ່ນຳການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກກ້ວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນນັບມື້ນັບມີປະສິດທິຜົນ ແລະ ມີຄຸນນະພາບ. ຄຽງຄູ່ກັນນັ້ນ, ສອງຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມື ODA. ດ້ານອື່ນ, ສອງຝ່າຍຢັ້ງຢືນວ່າຈະສົມທົບກັນຢ່າງແໜ້ນແຟ້ນເພື່ອຜົນສຳເລັດຂອງກອງປະຊຸມຂັ້ນສູງກຸ່ມບັນດາພື້ນຖານເສດຖະກິດພັດ
ທ່ານ ລັດຖະມົນຕີການຕ່າງປະເທດ Kono ຢັ້ງຢືນວ່າ ຈະໜູນຊ່ວຍ ຫວຽດນາມ ພັດທະນາແບບຍືນຍົງ, ຍົກສູງກຳລັງຄວາມສາມາດໃນການແກ້ງແຍ້ງ, ສະມັດຕະພາບການອອກແຮງງານ, ສ້າງຕັ້ງລັດຖະບານເອເລັກໂຕນິກ, ປະຕິຮູບການບໍລິຫານ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຂໍ້ມູນຂ່າວສານທາງໂທລະຄົມມະນາຄົມ. ທ່ານ ລັດຖະມົນຕີການຕ່າງປະເທດ Kono ປາດຖະໜາຢາກສົມທົບຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອຊຸກຍູ້ການຮ່ວມມືລະຫວ່າງ ຍີ່ປຸ່ນ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

