ວັນ​ທີ 15 ຕຸ​ລາ, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ ຫງວຽນ​ມິງ​ຮັ່ງ ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ ​ທ່ານ​ນາງ Kelly Coldiron, ຮອງ​ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຄ້າ ອາ​ເມ​ລິ​ກາ ຮັບ​ຜິດ​ຊອບ ​ອາ​ຊີ, ທັງ​ເປັນ​ຜູ້​ຮັກ​ສາການ​ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ໂຄງ​ການ SelectUSA, ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ.

ທ່ານ​ນາງ ຫງວຽນ​ມິ​ງ​ຮັ່ງ ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຢັ້ງ​ຢືນ ຫວຽດ​ນາມ ຖື ອາ​ເມ​ລິ​ກາ​ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສຳ​ຄັນ​ແຖວ​ໜ້າ, ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານໃຫ້​ພັດ​ທະ​ນາ​ຢ່າງ​ມີ​ສະ​ຖຽນ​ລະ​ພາບ, ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ, ນຳ​ມາ​ເຊິ່ງ​ຜ​ົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ສອງ​ປະ​ເທດ. ທ່ານ​ນາງ ຫງວຽນ​ມິງ​ຮັ່ງ ສະ​ເໜີໃຫ້​ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ, ປັນ​ຍາ​ປະ​ດິດ, ສູນ​ຂໍ​້​ມູນ ແລະ ພື້ນ​ຖານ​ໂຄງ​ລ່າງ​ດີ​ຈີ​ຕອນ, ຕິດ​ພັນ​ກັບ​ການ​ຫັນ​ປ່ຽນ​ເຕັກ​ໂນ​ໂລ​ຢີ, ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ຍົກ​ສູງ​ຄວາມ​ສາ​ມາດໃນການ​ເຂົ້າ​ຮ່ວມ​ລະ​ບົບ​ສະ​ໜອງ​ຂອງວິ​ສາ​ຫະ​ກິດ ຫວຽດ​ນາມ.

ສ່ວນ​ທ່ານ​ນາງ Kelly Coldiron ຕີ​ລາ​ຄາ​ສູງວຽກ​ງານ​ກະ​ກຽມ​ຂອງ ຫວຽດ​ນາມ ໃຫ້​ແກ່ APEC 2027, ພ້ອມ​ທັງ​ຢັ້ງ​ຢຶນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ກ​ານ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ​ນາງ​ສະ​ແດງ​ຄວາມ​ຫວັງຢາກ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ອື່ນໆ​ຂອງ ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື​ດ້າ​ນການ​ຄ້າ, ​ເສດ​ຖະ​ກິ​ດ​ດີ​ຈີ​ຕອນ ແລະ ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງວິ​ສາ​ຫະ​ກິດ​ສອງ​ປະ​ເທດ.