ຄົນເຈັບຕິດເຊື້ອໄດ້ຮັບການປິ່ນປົວຫາຍດີ (ພາບ: ກະຊວງສາທາລະນະສຸກ)

ຖ້າຫາກວ່າໄລ່ອັດຕາຜູ້ຕິດເຊື້ອໃນຈຳນວນປະຊາກອນ 1 ລ້ານຄົນ, ຫວຽດນາມ ຢືນອັນດັບທີ 161/222 ປະເທດ ແລະ ເຂດແຄວ້ນ (ສະເລ່ຍ 1 ລ້ານຄົນ ມີຜູ້ຕິດເຊື້ອ 5.103 ຄົນ).

ໄລ່ຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 511.170 ຄົນ, ໃນນັ້ນ ໄດ້ປິ່ນປົວຫາຍດີໃຫ້ຜູ້ຕິດເຊື້ອພະຍາດໂຄວິດ - 19 ກວ່າ 282.000 ຄົນ ແລະ ມີ 12.793 ຄົນ ເສຍຊີວິດ.

ປັດຈຸບັນ, ຫວຽດນາມ ໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ເກືອບ 21 ລ້ານໂດສ, ໃນນັ້ນ ມີເກືອບ 3 ລ້ານຄົນໄດ້ສັກເຂັມທີ 2 ແລ້ວ.