ຕອນເຊົ້າວັນທີ 19 ພະຈິກ, ຢູ່ນະຄອນ ເຊິນເຈິນ ປະເທດ ຈີນ, ໃນຂອບເຂດກອງປະຊຸມການນຳບັນດາການນຳເສດຖະກິດຂອງເວທີປາໄສການຮ່ວມມືດ້ານເສດຖະກິດ ອາຊີ-ປາຊີຟິກ (APEC), ຄັ້ງທີ 33, ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ໄດ້ບົດບາດປະເທດເຈົ້າພາບປີ APEC 2027 ຢ່າງເປັນທາງການ ຈາກທ່ານເລຂາທິການໃຫ່ຍ, ປະທານປະເທດ ຈີນ ສືຈິນຜິງ, ສ້າງຂີດໝາຍຈຸດເວລາສຳຄັນ, ເປີດສາກປີ APEC ຫວຽດນາມ 2027 ຢ່າງເປັນທາງການ.
ພິທີມອບຮັບໄດ້ດຳເນີນພາຍໃຕ້ການເປັນສັກຂີພິຍານຂອງການນຳ 21 ພື້ນຖານເສດຖະກິດສະມາຊິກ APEC, ພາຍຫຼັງກອງປະຊຸມສີ້ນສຸດບັນດາເນື້ອໃນປຶກສາຫາລື ແລະ ຮັບຮອງເອົາບັນດາເອກະສານສຳຄັນຂອງປີ APEC 2026.
ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ໄດ້ແນະນຳຫົວເລື່ອງຂອງປີ APEC 2027 ແມ່ນ: “ພ້ອມກັນສ້າງສັງກາດໃໝ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນະວັດຕະກຳ ແລະ ຄວາມວັດທະນາຖາວອນລວມ”.
ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ຢືນຢັນວ່າ ເລື່ອງເປັນຄັ້ງທີ 3 ຮັບບົດບາດເປັນປະເທດເຈົ້າພາບ APEC ແມ່ນຂີດໝາຍແຫ່ງບາດກ້າວສຳຄັນ ໃນວິວັດການເຊື່ອມໂຍງ ແລະ ພັດທະນາຂອງ ຫວຽດນາມ.
ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາແມ່ນປະເທດເຈົ້າພາບທີ່ມີຄວາມສຸດຈິດສຸດໃຈ, ຮັບຟັງເພື່ອປັບປຸງຄວາມເຫັນດີເຫັນພ້ອມ, ເຊື່ອມຕໍ່ເພື່ອເປີດກ້ວາງການຮ່ວມມື, ພ້ອມກັບບັນດາສະມາຊິກ ສ້າງໝາກຜົນທີ່ມີຄຸນຄ່າອັນຍາວນານ. ວິວັດການ APEC 2027 ຈະໄປຜ່ານບັນດາເຂດດິນແດນຂອງ ຫວຽດນາມ, ດ້ວຍການເຂົ້າຮ່ວມຂອງທ້ອງຖິ່ນຕ່າງໆ, ວິສາຫະກິດ ແລະ ປຊຊ ທຸກຊັ້ນວັນນະ ແລະ ເຕົ້າໂຮມກັນຢູ່ເກາະ ຝູກວັກ, ແຂວງ ອານຢາງ-ແຫ່ງຈັດສັບປະດາຂັ້ນສູງ APEC 2027.
