ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງການປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 9 ຕາມຮູບການທາງອອນລາຍ (ພາບ: VOV)

ໃນບົດກ່າວປາໄສທີ່ວາລະປະຊຸມທີ 2 ດ້ວຍຫົວຂໍ້ “ພາກພື້ນ ອາຊີ - ປາຊີຟິກ ໃນສະຖານະການການເມືອງທົ່ວໂລກ”, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງບັນດາກົນໄກຮ່ວມມືຫຼາຍຝ່າຍໃນຂອງພາກພື້ນ; ຢັ້ງຢືນບົດບາດຂອງ ລັດເຊຍ ໃນສົງຄາມໂລກ ຄັ້ງທີ 2 ແລະ ຕີລາຄາສູງບົດບາດປັດຈຸບັນຂອງ ລັດເຊຍ ໃນພາກພື້ນ. ທ່ານລັດຖະມົນຕີ ຟານວັນຢາງ ກໍຢັ້ງຢືນຄືນນະໂຍບາຍປ້ອງກັນຊາດຂອງ ຫວຽດນາມ, ນັ້ນແມ່ນ:

“ຫວຽດນາມ ສືບຕໍ່ປະຕິບັດນະໂຍບາຍປ້ອງກັນຊາດ ທີ່ມີລັກສະນະສັນຕິພາບ ແລະ ປ້ອງກັນຕົວ; ເດັດດ່ຽວ, ຢຶກໝັ້ນຕໍ່ສູ້ເພື່ອແກ້ໄຂທຸກການຂັດແຍ້ງ ແລະ ຄວາມບໍ່ລົງລອຍກັນ, ໃນນັ້ນ ມີການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ ແລະ ບັນດາຂໍ້ກຳນົດໃນພາກພື້ນທີ່ໄດ້ເຫັນດີເປັນເອກະພາບ; ຕັ້ງໜ້າ, ເປັນເຈົ້າການຮ່ວມມືກັບບັນດາປະເທດ, ໃນນັ້ນ ມີລັດເຊຍ ເພື່ອແນໃສ່ປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ, ເພື່ອຊີວິດຂອງປະຊາຊົນ. ຈາກບັນດາບົດຮຽນຂອງຊາດ, ຫວຽດນາມ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄຸນຄ່າຂອງສັນຕິພາບ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນຂະບວນວິວັດແຫ່ງການປົກປັກຮັກສາສັນຕິພາບ ເພື່ອຜົນປະໂຫຍດຂອງບັນດາປະເທດ”.