ແຕ່ວັນທີ 9 – 10 ກັນຍາ, ໄດ້ດຳເນີນກອງປະຊຸມນັດສາມັນຄັ້ງທີ 2 ປີ 2026 ຂອງ ສະພາບໍລິຫານງານ ອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ (UN Women) ຢູ່ສຳນັກງານ ສປຊ ຢູ່ນິວຢອກ (ອາເມລິກາ). ນະທີ່ນີ້, ອີກຄັ້ງໜຶ່ງ ຫວຽດນາມ ໄດ້ຢັ້ງຢືນຄືນຈະສືບຕໍ່ເພີ່ມທະວີບົດບາດນຳພາຂອງແມ່ຍິງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານອັກຄະລັດຖະທູດ ຫງວຽນຫ໋າຍລຶວ, ຮອງຫົວໜ້າຄະນະຜູ້ຕາງໜ້າຖາວອນຫວຽດນາມ ປະຈຳ ສປຊ ໄດ້ແບ່ງປັນບັນດາໝາກຜົນທີ່ຕັ້ງໜ້າຂອງ ຫວຽດນາມໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ, ດ້ວຍການບັນລຸໄດ້ 13/20 ເປົ້າໝາຍຂອງ ຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ຫຼື ລື່ນກາຍແຜນການໃນປີ 2025. ໃນໄລຍະພັດທະນາໃໝ່, ຫວຽດນາມ ຈະສືບຕໍ່ເພີ່ມທະວີ ບົດບາດນຳພາຂອງແມ່ຍິງ, ຮັບປະກັນແມ່ຍິງເຂົ້າຮ່ວມຢ່າງຄົບຖ້ວນ ແລະ ຮັບຊົມໃຊ້ໝາກຜົນຈາກບັນດາວິວັດການໃຫຍ່ຄືການຫັນເປັນດີຈີຕອນ, ປັນຍາປະດິດ ແລະ ການຫັນເປັນສີຂຽວ.
