ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີຢຸງ ແລະ ຜູ້ແທນ ຫວຽດນາມ ໃນການເຮັດວຽກກັບ ສະພາວິສາຫະກິດ ອາເມລິກາ - ອາຊຽນ (ພາບ: MPI)

ນະທີ່ນີ້, ທ່ານລັດຖະມົນຕີ ຫງວຽນຈີຢຸງ ເນັ້ນໜັກວ່າ ຫວຽດນາມ ຈະສືບຕໍ່ເປີດປະຕູພື້ນຖານເສດຖະກິດ; ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກ; ຍູ້ແຮງ 3 ການກຳນົດທິດຍຸດທະສາດ ກ່ຽວກັບລະບອບລະບຽບການ, ໂຄງລ່າງ, ຊັບພະຍາກອນມະນຸດ; ປ່ຽນແປງໃໝ່ເສດຖະກິດ, ຍົກສູງຄຸນນະພາບ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ; ພ້ອມດຽວກັນນັ້ນ, ຖືວິສາຫະກິດຢູ່ພາຍໃນປະເທດ ແລະ ວິສາຫະກິດ FDI ແມ່ນກຳລັງໜູນເຕີບໂຕຕົ້ນຕໍ ແລະ ຊຸກຍູ້ການປະຕິຮູບລະບຽບການບໍລິຫານ…

ສ່ວນທ່ານ Michael Michalak ຢັ້ງຢືນວ່າ ຫວຽດນາມ ສືບຕໍ່ແມ່ນສະຖານທີ່ທີ່ດູດດື່ມສຳລັບນັກລົງທຶນ ອາເມລິກາ ໃນໄລຍະຈະມາເຖິງ. ປະຊາຄົມວິສາຫະກິດ ອາເມລິກາ ຕີລາຄາສູງຕໍ່ຄວາມມານະພະຍາຍາມໃນການປະຕິຮູບລະບຽບການບໍລິຫານ, ປົວແປງສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.

ໄລ່ຮອດວັນທີ 20 ກຸມພາ 2022, ປັດຈຸບັນ, ອາເມລິກາ ຢືນອັນດັບ 11 ໃນບັນຊີລາຍຊື່ 140 ປະເທດ, ເຂດແຄວ້ນທີ່ມີເງິນລົງທຶນຢູ່ ຫວຽດນາມ.