ໃນ​ຂອງ​ເຂດ​ການ​ຢ້ຽມ​ຢາມ ຈີນ ຢ່າງ​ເປັນ​ທາງ​ການ​ ແລະ ເປັນ​ປະ​ທານ​ຮ່ວມ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 2 ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລະ​ຫວ່າ​ງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ-ຈີນ, ຕອນ​ບ່າຍ​ວັນ​ທີ 12 ຕຸ​ລາ, ຢູ່​ນະ​ຄອນຫຼວງ ປັກ​ກິ່ງ, ​ທ່ານ ເຈິ່ນ​ແມັງ​ເໝີ້ນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ທ່ານ ຫຼີ​ແຈງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ.ຈີນ.

ເມື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແມັງ​ເໝີ້ນ ສະ​ເໜີ​ໃຫ້​ສອງ​ຝ່າຍ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ ໂດຍ​ສະ​ເພາະ​ແມ່ນ​ຮ່ວມ​ມື​ທາງ​ລົດ​ໄຟ. ເລີ່ມ​ລົງ​ມືກໍ່​ສ້າງ ແລະ ສຳ​ເລັດ​ບັນ​ດາ​ເສັ້ນ​ທາງ​ລົດ​ໄຟເຊື່ອມ​ຕໍ່​ສອງ​ປະ​ເທດ​ໂດຍ​ໄວ ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງ ປ​ຊ​ຊ ສອງ​ປະ​ເທດ. ສ້າງ​ເງື່ອນ​ໄຂ​ໃຫ້​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ຄ້າ​ຂອງ ຫວຽດ​ນາມ ສົ່ງ​ໄປ​ຍັງ ຈີນ, ຍູ້​ແຮງ​ການ​ຮ່ວມ​ມື​ດ່ານ​ຊາຍ​ແດນ. ພ້ອມ​ກັນ​ນັ້ນ ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ​, ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມີ​ລະ​ດັບ​ສູງ…

ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼີ​ແຈງ ໄດ້​ຕີ​ລາ​ຄາ​ສູງບັນ​ດາຂໍ້​ສະ​ເໜີ​ຮ່ວມ​ມື​ຂອງ ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແມັງ​ເໝີ້ນ, ທ່ານ​ສະ​ເໜີ​ໃຫ້​ສອງ​ຝ່າຍ ຍູ້​ໄວ​ການກໍ່​ສ້າງ​ບັນ​ດາ​ເສັ້ນ​ທາງ​ລົດ​ໄຟ​ບັນ​ລຸມາດ​ຖານ, ເຊື່ອມ​ຕໍ່​ກັບ​ຍຸດ​ທະ​ສາດການ​ພັດ​ທະ​ນາ​ເຂດ​ຂອງ​ ຈີນ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ທາງ​ນ້ຳ, ທາງ​ບົກ, ສ້າງ​ດ່ານ​ຊາຍ​ແດນ​ອັດ​ສະ​ລີ​ຍະ, ເຂດ​ຮ່ວມ​ມື​ຜ່ານ​ຊາຍ​ແດນ ແລະ ການ​ຮ່ວມ​ມື​​ທາງ​ດ້ານໄຟ​ຟ້າ​ລະ​ຫວ່າງ​ສອງ​ປະ​ເທດ.