ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ແບນຊິກ ຢ່າງເປັນທາງການຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດແຫ່ງ ສສ. ຫວຽດນາມ, ວັນທີ 22 ຕຸລາ, ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະກັບ ທ່ານ Maxime Prévot ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແບນຊິກ.
ທ່ານລັດຖະມົນຕີ ເລຮວ່າຍຈຸງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບ, ການຮ່ວມມືກັບ ແບນຊິກ, ເຊິ່ງເປັນຄູ່ຮ່ວມມືທີ່ສຳຄັນຢູ່ ເອີລົບ. ທ່ານສະເໜີໃຫ້ສອງຝ່າຍສຸມໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ ໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ແລະ ທ່າແຮງເພີ່ມເຕີມໃຫ້ແກ່ກັນ, ເປັນຕົ້ນແມ່ນທ່າກຳປັ່ນທະເລ, logistics; ນຳວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳ ກາຍເປັນຈຸດສຸມຂອງການຮ່ວມມືໃໝ່, ສືບຕໍ່ເປີດກວ້າງການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ, ການແພດ ແລະ ເພີ່ມທະການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ ແລະ ບັນດາເຂດພາກ, ປະຊາຄົມຂອງ ແບນຊິກ.
ສ່ວນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແບນຊິກ Maxime Prévot ຢັ້ງຢືນວ່າ ແບນຊິກ ຖືເປັນສຳຄັນການພົວພັນກັບ ຫວຽດນາມ, ຕີລາຄາສູງບັນດາຜົນສຳເລັດໃນການພັດທະນາເສດຖະກິດ - ສັງຄົມ ແລະ ບົດບາດຂອງ ຫວຽດນາມ ທີ່ນັບມື້ນັບສູງຂຶ້ນຢູ່ພາກພື້ນ ແລະ ເວທີສາກົນ.
ໃນໂອກາດນີ້, ທ່ານ ຮວ່າງມິງເຊີນ ລັດຖະມົນຕີກະຊວງສຶກສາທິການ ແລະ ບຳລຸງສ້າງ ຫວຽດນາມ ແລະ ທ່ານ Roxana Minzatu ຮອງປະທານຝ່າຍບໍລິຫານຄະນະກຳມະການເອີລົບ ຮັບຜິດຊອບວຽກງານສັງຄົມ, ທັກສະ, ວຽກເຮັດງານທຳທີ່ມີຄຸນນະພາບ ແລະ ກຽມພ້ອມຮັບມື ໄດ້ລົງນາມອະນຸສັນຍາ ລະຫວ່າງ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ກັບ ຄະນະກຳມະການເອີລົບ (EC) ກ່ຽວກັບການຮ່ວມມືໃນຂົງເຂດການສຶກສາ ແລະ ບຳລຸງສ້າງ. ນີ້ແມ່ນເອກະສານສະເພາະສະບັບທຳອິດວ່າດ້ວຍການສຶກສາ ແລະ ບຳລຸງສ້າງ ລະຫວ່າງກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ກັບ EC.
