ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ​ຢ່າງ​ເປັນ​ທາງ​ການ, ວັນ​ທີ 23 ຕຸ​ລາ, ຢູ່​ນະ​ຄອນຫຼວງ ບ​ຣຸກ​ແຊນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ເປັນ​ທາງ​ການ ແລະ ມີ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແບນ​ຊິກ Bart De Wever.

ທີ່​ການ​ພົ​ບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແບນ​ຊິກ Bart De Wever ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຮັກ​ສາ​ການ​ແລກ​ປ່ຽນ, ຊອກ​ຮູ້​ຄວາມ​ສົນ​ໃຈ, ຄວາມ​ຕ້ອງ​ການ​ຂອງ​ກັນ​ເພື່ອ​ເປີດ​ກ້​ວາງ​ຂອບ​ຂະ​ໜາດ​ການ​ຮ່ວມ​ມື, ຕັດ​ສິນ​ໃຈ​ມຸ່ງ​ໄປ​ເຖິງ​ການ​ນຳ​ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ ແບນ​ຊິກ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.

ກ່ຽວ​ກັບ​ການ​ເມືອງ - ກ​ານ​ທູດ ແລະ ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ນຳ​ສອງ​ທ່ານ ເຫັນ​ດີ​ເປັນ​ເອ​ກະ​ພາບ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກຂັ້ນ, ພິ​ເສດ​ແມ່ນ​ຂັ້ນ​ສູງໃນ​ທຸກ​ຊ່ອງ​ທາງ; ຜັນ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ, ຂໍ້​ຕົກ​ລົງ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ; ຍູ້​ແຮງ​ການ​ເຊື່ອມ​ຕໍ່​ຫຼາຍ​ຮູ​ບ​ແບບ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ຫວຽດ​ນາມ ກັບ​ລັດ​ຖະ​ບານ ສະ​ຫະ​ພັນ ແລະ ບັນ​ດາ​ເຂດ​ຂອງ ແບນ​ຊິກ ເພື່ອ​ຫັນ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃຫ້​ປະ​ກົນ​ຜົນ​ເປັນ​ຈິງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່ຽວ​ກັບ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕ້ອງ​ສ້າງ​ບັນ​ດາ​ບາ​ດ​ກ້າວ​ບຸກ​ທະ​ລຸ​ໃໝ່, ຍູ້​ແຮງ​ບັນ​ດາ​ໂຄງ​ການ​ຮ່ວ​ມ​ມື​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ໃນ​ບັນ​ດາ​ຂົງ​ເຂດ​ແບນ​ຊິກ ທີ່ອາດ​ສາ​ມາດ​ມີ​ທ່າ​ແຮງມາ​ແຕ່​ດົນ​ນານ ແລະ ຫວຽດ​ນາມ ມີ​ຄວາມ​ຈຳ​ເປັນ​ຄື: ພັດ​ທະ​ນາ​ທ່າ​ກຳ​ປັ່ນ, ລະ​ບົບ logistics ອັດ​ສະ​ລິ​ຍະ, ພະ​ລັງ​ງານ​ສີ​ຂຽວ, ເຂດ​ອຸດ​ສາ​ຫະ​ກຳ​ຊີ​ວະ​ພາບ ແລະ ກະ​ສິ​ກຳໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ…