ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຖ່າຍຮູບກັບສະຫະພັນອຸດສາຫະກຳ ແດນມາກ (ພາບ: TTXVN) |
ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຕີລາຄາການຮ່ວມມືລະຫວ່າງ ຫວຽດນາມ ແລະ ແດນມາກ ພວມພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນໃນທຸກຂົງເຂດ, ພິເສດໃນຂົງເຂດທີ່ມີລັກສະນະຍຸດທະສາດ ນັ້ນແມ່ນດິນຟ້າອາກາດ ແລະ ສິ່ງແວດລ້ອມ, ສ້າງພື້ນຖານອັນສຳຄັນເພື່ອນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່. ທ່ານຮອງນາຍົກລັດຖະມົນຕີສະເໜີ ແດນມາກ ຍູ້ແຮງການຮ່ວມມືໃນບັນດາຂົງເຂດຄື ພະລັງງານທົດແທນ, ເສດຖະກິດທະເລ, ການເຕີບໂຕສີຂຽວ ແລະ ເສດຖະກິດໝູນວຽນ, ສອດຄ່ອງກັບບຸລິມະສິດພັດທະນາຂອງ ຫວຽດນາມ.
ສ່ວນທ່ານປະທານສະພາແຫ່ງຊາດ Soren Gade ຢັ້ງຢືນວ່າ ແດນມາກຖືການພົວພັນກັບ ຫວຽດນາມ ເປັນຄູ່ຮ່ວມມືສຳຄັນໃນພາກພື້ນ ແລະ ທີ່ດູດດື່ມສຳລັບບັນດານັກລົງທຶນ ແດນມາກ.
ການນຳສອງທ່ານກໍເຫັນດີເປັນເອກະພາບເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ສ້າງກຸ່ມສະມາຊິກລັດຖະສະພາມິດຕະພາບ ແລະ ແບ່ງປັນບົດຮຽນປະສົບການໃນຂົງເຂດນິຕິບັນຍັດ, ຕິດຕາມ.
ກໍໃນວັນທີ 26 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ມີການເຮັດວຽກກັບທ່ານລັດຖະມົນຕີກະຊວງດິນຟ້າອາກາດ, ພະລັງງານ ແລະ ຜົນປະໂຫຍດ ແດນມາກ Lars Aagaard.
ກ່ອນໜ້ານັ້ນ, ວັນທີ 25 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ມີການພົບປະກັບທ່ານລັດຖະມົນຕີກະຊວງສິ່ງແວດລ້ອມ ແລະ ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແດນມາກ, Magnus Johannes Heunicke ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາຮ່ວມມືສອງຝ່າຍ, ພິເສດແມ່ນໃນຂົງເຂດສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງ.

