ເຂົ້າຮ່ວມກອງປະຊຸມອົງການທ່ອງທ່ຽວແຫ່ງຊາດ ອາຊຽນ + 3 ຄັ້ງທີ 42 ຢູ່ນະຄອນ Yogykarta, ປະເທດອິນໂດເນເຊຍ, ທ່ານຮອງຫົວໜ້າກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ຮ່າວັນຊຽວ ເນັ້ນໜັກວ່າ: ເພື່ອພ້ອມກັນຊຸກຍູ້ການຮ່ວມມືທ່ອງທ່ຽວ ລະຫວ່າງ ອາຊຽນ + 3, ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າຈະສົມທົບກັບທຸກປະເທດສະມາຊິກຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍແຜນການປະຕິບັດວຽກງານການທ່ອງທ່ຽວ ອາຊຽນ + 3 ໄລຍະ 2021 – 2025 ແລະ ມານະພະຍາຍາມເພື່ອນຳໝາກຜົນທີ່ດີງາມມາໃຫ້ບັນດາໂຄງການ ແລະ ການເຄື່ອນໄຫວລວມກ່ຽວກັບການທ່ອງທ່ຽວ.