ວັນ​ທີ 2 ກໍ​ລະ​ກົດ, ຫວຽດ​ນາມ ແລະ ສະ​ຫະ​ສະ​ມາ​ຄົມ ການ​ຄ້າ​ເສ​ລີ ເອີ​ລົບ (EFTA)ໄດ້​ປະ​ກາດ​ສິ້ນ​ສຸດກ​ານ​ເຈ​ລ​ະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ(FTA) ລະ​ຫວ່າງ​ສອງ​ຝ່າຍ​ຢ່າງ​ເປັນ​ທາງ​ການ. ສັນ​ຍາ​ໄດ້​ຮັບ​ຄວາມມຸ່ງ​ຫວັງ​ຈະ​ເປີດ​ໄລ​ຍະ​ຮ່ວມ​ມື​ໃໝ່, ຊຸກ​ຍູ້​ການ​ຄ້າ, ການ​ລົງ​ທຶນ ແລະ ເປີດກວ້າງ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ​ລະ​ຫວ່າງ ຫວຽດ​ນາມກັບ 4 ປະ​ເທດ​ສະ​ມາ​ຊິກ EFTA ລວມ​ມີ: ສະ​ວິດ, ນອກ​ແວ, ອຽກ​ລັງ ແລະ ​ເລັກ​ເຕນ​ສະ​ເຕນ. ຕາມ​ທ່ານ ຫງວຽນ​ຊິງ​ເຍິດ​ເຕິນ ​ລັດ​ຖະ​ມົນ​ຕີ ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຫວຽດນາມ​ ແລ້ວ, ນີ້​ແມ່​ນ​ສັນ​ຍາ​ການ​ຄ້າ​ເສ​ລີ​ຮອບ​ດ້ານ, ທັນ​ສະ​ໄໝ, ກວມ​ລວມ​ໃນຫຼາຍ​ຂົງ​ເຂດ​ຄື​ການ​ຄ້າ​ສິນ​ຄ້າ, ການ​ຄ້າ​​ການບໍ​ລິ​ການ, ກົດຂໍ້​ກຳ​ນົດ​ຕົ້ນ​ກຳ​ເນີດ ແລະ ສ້າງ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ.ສັນ​ຍາ​ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ ຫຼືຫຼຸດ​ຜ່ອນ​ພາ​ສີ​ອາ​ກອນ, ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ເປັນ​ປົກ​ກະ​ຕິ, ໂປ່ງ​ໃສ ແລະ ອາດ​ສາ​ມາດ​ຄາດ​ຄະ​ເນ​ໄດ້, ພ້ອມ​ທັງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.