ວັນທີ 24 ຕຸລາ, ຫວຽດນາມ ແລະ ລາຊະອານາຈັກ ແບນຊິກໄດ້ອອກຖະແຫຼງການຮ່ວມກ່ຽວກັບໝາກຜົນຂອງການຢ້ຽມຢາມ ລາຊະອານາຈັກ ແບນຊິກ ຢ່າງເປັນທາງການຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ. ການຢ້ຽມຢາມໄດ້ດຳເນີນແຕ່ວັນທີ 23 – 24 ຕຸລາ 2026, ຕາມຄຳເຊື້ອເຊີນຂອງທ່ານ Bart De Wever, ນາຍົກລັດຖະມົນຕີ ລາຊະອານາຈັກ ແບນຊິກ. ຖະແຫຼງການຮ່ວມຊີ້ແຈ້ງວ່າ ຫວຽດນາມ ແລະ ແບນຊິກ (ສອງຝ່າຍ) ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນຂອບເຂດທົ່ວໂລກ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ການພົບປະທຸກຂັ້ນ, ພິເສດແມ່ນຂັ້ນສູງ, ຜ່ານບັນດາຊ່ອງທາງທີ່ເໝາະສົມ, ເຫັນດີເປັນເອກະພາບປຶກສາຫາລືດ້ານການເມືອງເປັນປະຈຳ.
ໃນຂົງເຂດປ້ອງກັນຊາດ, ສອງຝ່າຍຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຮັກສາການສົນທະນາສອງຝ່າຍທີ່ມີລັກສະນະສ້າງສັນ ແລະ ພັດທະນາຢ່າງແທ້ຈິງໃນຂອບເຂດບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດທີ່ໄດ້ລົງນາມໃນປີ 2023 ແລະ ຍັງມີຜົນສັກສິດ. ສອງຝ່າຍສະແດງຄວາມພ້ອມແລ້ວທີ່ຈະຊອກຫາກາລະໂອກາດຮ່ວມມືໃນບັນດາຂົງເຂດຕ່າງຝ່າຍຕ່າງມີຄວາມສົນໃຈ, ລວມມີການບຳລຸງສ້າງ, ເສນາຮັກ ແລະ ອຸດສາຫະກຳປ້ອງກັນຊາດ, ທີ່ຄິດໄລ່ເຖິງບັນດາບຸລິມະສິດ ແລະ ແຫຼ່ງກຳລັງທີ່ມີຢູ່ແລ້ວຂອງແຕ່ລະຝ່າຍ.
ສ່ວນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ສອງຝ່າຍຢັ້ງຢືນລັກສະນະໜູນຊ່ວຍກັນຢ່າງສູງລະຫວ່າງສອງພື້ນຖານເສດຖະກິດ ແລະ ຄວາມສາມາດບົ່ມຊ້ອນໃຫຍ່ເພື່ອເພີ່ມທະວີການຮ່ວມມືໃຫ້ຫຼາຍກວ່າອີກ, ພິເສດໃນບັນດາຂົງເຂດເໝາະສົມ ກັບບັນດາບຸລິມະສິດ ແລະ ທ່າແຮງຂອງແຕ່ລະປະເທດ.
ຕອນບ່າຍວັນທີ 24 ຕຸລາ (ຕາມເວລາທ້ອງຖິ່ນ), ເຮືອບິນນຳສົ່ງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ Brussels, ສິ້ນສຸດການຢ້ຽມຢາມສະຫະພາບເອີລົບ ແລະ ລາຊະອານາຈັກ ແບນຊິກຢ່າງຈົບງາມ, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາເອີລົບ António Costa ແລະ ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ແບນຊິກ Bart De Wever.
