ໃນ​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນ​ວ່າ ຫວຽດ​ນາ ແລະ ເກຼັກ ຍັງ​ມີ​ກຳ​ລັງ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ພັດ​ທະ​ນາ; ສະ​ເໜີ​ໃຫ້ 2 ຝ່າຍ​ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ພວມ​ມີ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ຂຸດ​ຄົ້ນ​ສົນ​ທິ​ສັນ​ຍາ EVFTA ຢ່າງ​ມີ​ປະ​ສິດ​ທິ​ຜົນ. ພ້ອມ​ດຽວ​ກັນ​ນັ້ນ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ ແລະ ເປີດກວ້າງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ: ເສດ​ຖະ​ກິດ​ທ່າ​ກ່ຳ​ປັ່ນ​ທະ​ເລ, ການ​ຂົນ​ສົ່ງ​ທາງ​ທະ​ເລ, logistics, ການ​ຕໍ່​ກ່ຳ​ປັ່ນ, ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ການ​ເດີນ​ເຮືອ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້ ເກຼັກ ສືບ​ຕໍ່​ມີ​ສຽງ​ເວົ້າ​ຕັ້ງ​ໜ້າ, ຊຸກ​ຍູ້​ບັນ​ດາ​ປະ​ເທດ, ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ຣົບ (EU) ທີ່​ຍັງ​ເຫຼືອ ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ອາ​ລັກ​ຂາ​ການ​ລົງ​ທຶນ ຫວຽດ​ນາມ - EU (EVIPA) ໂດຍ​ໄວ, ພ້ອມ​ທັງ​ສະ​ໜັບ​ສະ​ໜູນ​ຄະ​ນະ​ກຳ​ມະ​ການ​ເອີ​ຣົບ ຍົກ​ເລີກ​ບັດ​ເຫຼືອງ IUU ສຳ​ລັບ​ສິນ​ທະ​ເລ ຫວຽດ​ນາມ ໂດຍ​ໄວ.

ໂດຍ​ເຫັນ​ດີ​ຕໍ່​ບັນ​ດາ​ຄຳ​ເຫັນ​ຂ​ອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປ​ະ​ເທດ ເກຼັກ George Gerapetritis ແຈ້ງ​ໃຫ້​ຊາບ​ວ່າ ຈະ​ສົ່ງ​ວິ​ສາ​ຫະ​ກິດ ມາ ຫວຽດ​ນາມ ຊອກ​ຫາ​ໂອ​ກາດ​ຮ່ວມ​ມື​ລົງ​ທຶນ, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ ເກຼັກ ສະ​ໜັບ​ສະ​ໜູນ EU ນຳ ຫວຽດ​ນາມ ອອກ​ຈາກ​ບັນ​ຊີ​ລາຍ​ຊື່ບັນ​ດາ​ເຂດ​ຕັດ​ສິນທີ່​ບໍ່​ໃຫ້​ການ​ຮ່ວມ​ມື​ກ່ຽວ​ກັບ​ພາ​ສີ​ໂດຍ​ໄວ.