ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ສະ​ຫະ​ພາບ​ເອີ​ລົບ (EU) ຢ່າງ​ເປັນ​ທາງ​ການ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ແຫ່ງ ສ​ສ.ຫວຽດ​ນາມ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ ​ທ່ານ António Costa ​ປະ​ທານ​ສະ​ພາ​ເອີ​ລົບ.

ທ່ານ​ປະ​ທານ​ສະ​ພາ​ເອີ​ລົບ António Costa ຢັ້ງ​ຢືນ​ວ່າ ຫວຽດ​ນາ​ມ ​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ EU ຢູ່​ພາກ​ພື້ນ ມະ​ຫາ​ສະ​ໝຸ​ດ​ອິນ​ເດຍ - ປາ​ຊີ​ຟິກ, ທ່ານ​ສ​ະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ສອງ​ຝ່າຍ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ພື້ນ​ຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ແລະ ບັນ​ດາ​ໝາກ​ຜົນ​ການ​ຮ່ວມ​ມື​ອັນ​ດີ​ງາມ​ເພື່ອ​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ໃຫ້ນັບມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຢ່າງ​ແທ້​ຈິງ​ໃຫ້​ແກ່​ສອງ​ຝ່າຍ.

ສ່ວນທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ ຫວຽດ​ນາມ ກຳ​ນົດ EU ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວ​ມ​ມື​ບຸ​ລິ​ມະ​ສິດ​ແຖວ​ໜ້າ, ມີ​ຜົນ​ປະ​ໂຫຍດ ແລະ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອມ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື​ໄລ​ຍະ​ຍາວ; ປາດ​ຖະ​ໜາ​ຢາກ​ຫັນ​ປ່ຽນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາໃຫ້​ກາຍ​ເປັນ​ໝາກ​ຜົນ​ລະ​ອຽດ, ເປັນບັນ​ດາ​ໂຄງ​ການ​ຮ່ວມ​ມືທີ່​ແທ້​ຈິງ​ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ ແລະ ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ສະ​ຫະ​ພາບ ເອີ​ລົບ ແລະ ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ​ ຢ່າງ​ເປັນ​ທາງ​ການ ຕອນ​ບ່າ​ຍ​ວັນ​ທີ 22 ຕຸ​ລາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ໂຕ​ເລິມ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ ທ່າ​ກຳ​ປັ່ນ Antwerp - Bruges.