ໃນຂອບເຂດການເຂົ້າຮ່ວມງານວາງສະແດງການປ້ອງກັນຊາດ ແລະ ການບິນອາວະກາດ (SAHA) 2026 ຢູ່ຕວັກກີ (5 – 9 ພຶດສະພາ) ວັນທີ 6 ພຶດສະພາ, ທ່ານພົນໂທ ຫງວຽນເຈື່ອງທັ້ງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ Yasar Guler ລັດຖະມົນຕີກະຊວງປ້ອງກັນປະເທດ ຕວັກກີ.
ທ່ານພົນໂທ ຫງວຽນເຈື່ອງທັ້ງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ບົດບາດ, ຖານະຕຳແໜ່ງຂອງຕວັກກີບົນເວທີສາກົນ ແລະ ພາກພື້ນ, ກຳນົດນີ້ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຢູ່ພາກພື້ນ. ເພື່ອສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຕາມທິດແທດຈິງ, ມີປະສິດທິຜົນໃນໄລຍະຈະມາເຖິງ, ທ່ານພົນໂທ ຫງວຽນເຈື່ອງທັ້ງ ສະເໜີ ທ່ານລັດຖະມົນຕີ Yasar Guler ຊີ້ນຳບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮັກສາກົນໄກສົນທະນານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີຢ່າງມີປະສິດທິຜົນ, ຍູ້ແຮງການຮ່ວມມືບຳລຸງສ້າງ, ອຸດສາຫະກຳປ້ອງກັນຊາດ, ການຄ້າດ້ານການທະຫານ.
ສ່ວນທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ຕວັກກີ Yasar Guler ເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງຕວັກກີຢູ່ພາກພື້ນ ອາຊີປາຊີຟິກ, ທ່ານສະແດງຄວາມປາດຖະໜາຢາກໃຫ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່, ນັບມື້ນັບເລິກເຊິ່ງກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ.
