ວັນທີ 04 ມິຖຸນາ, ຢູ່ສຳນັກງານກະຊວງການຕ່າງປະເທດ ອີຢິບ, ການຮ່ວມມືສາກົນ ແລະ ຊາວ ອີຢິບ ອາໄສ ຢູ່ຕ່າງປະເທດ, ທ່ານນາງ Samar Al – Ahdal ຮອງລັດຖະມົນຕີການຕ່າງປະເທດ ອີຢິບ ຮັບຜິດຊອບການຮ່ວມມືສາກົນ ໄດ້ເຮັດວຽກກັບທ່ານ ຫງວຽນນາມເຢືອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ ແນໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດໃນຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານ ທີ່ສ້າງຕັ້ງຂຶ້ນເມື່ອເດືອນ ສິງຫາ 2025.
ໃນການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບການສ້າງໂຄງການເຄື່ອນໄຫວປະຕິບັດການພົວພັນຄູ່ຮ່ວມມືຮອບດ້ານ ແລະ ກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 6 ຄະນະກຳມະການປະສົມ ກ່ຽວກັບການຮ່ວມມືສອງຝ່າຍລະຫວ່າງສອງປະເທດ, ຄາດວ່າ ຈະຈັດຂຶ້ນຢູ່ ອີຢິບ ໃນໄລຍະຈະມາເຖິງ. ຝ່າຍ ອີຢິບ ຫວັງວ່າ ກອງປະຊຸມດັ່ງກ່າວ ຈະຊຸກຍູ້ບັນດາທິດທາງການຮ່ວມມືໃໝ່ໃນຫຼາຍດ້ານ, ເຊັ່ນ: ການທູດ, ການຄ້າ, ອຸດສາຫະກຳ, ກະສິກຳ, ວິທະຍາສາດເຕັກໂນໂລຢີ, ວັດທະນະທຳ, ການທ່ອງທ່ຽວ, ສື່ມວນຊົນ...
ກ່ຽວກັບຝ່າຍ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫງວຽນນາມເຢືອງ ເນັ້ນໜັກວ່າ ເລື່ອງສ້າງຕັ້ງໂຄງການເຄື່ອນໄຫວ ແມ່ນບາດກ້າວເດີນອັນແທດຈິງ ແນໃສ່ຫັນຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອີຢິບ ໃຫ້ປະກົດຜົນເປັນຈິງ. ໃນໄລຍະຜ່ານມາ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງ ໄດ້ຮັກສາການແລກປ່ຽນກັບບັນດາຄູ່ຮ່ວມມື ອີຢິບ ເປັນປະຈຳ ແນໃສ່ຕົກລົງເປັນເອກະພາບບັນດາເນື້ອໃນເຮັດວຽກ. ແລະ ບັນດາວຽກງານການຈັດຕັ້ງທີ່ກ່ຽວຂ້ອງ, ລວມມີທັງວິວັດທະນາການຄົ້ນຄວ້າຄວາມເປັນໄປໄດ້ ກ່ຽວກັບຄວາມສາມາດລົງນາມໃນສົນທິສັນຍາການຄ້າເສລີ (FTA) ລະຫວ່າງສອງປະເທດ.
ນັກຂ່າວ VOV ປະຈໍາ ອີຢິບ
