ວັນ​ທີ 14 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​ທ່ານ ລິນຄໍາ ດວງສະຫວັນລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ລາວ , ທ່ານ​ ຟ້າມ​ຢາ​ຕຸກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ​ຖື​ວ່າ ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ແລະ ລາວ​ຄວນ​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ຜັນ​ຂ​ະ​ຫຍາຍ​ບັນ​ດາ​ຂ​ໍ້​ຕົກ​ລົງ​ຂັ້ນ​ສູງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ສ້າງ​ນະ​ໂຍ​ບາຍ, ໜູນ​ຊ່ວຍ​ການ​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຫັນ​ປ່ຽນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ປູກ​ຝັງ, ລ້ຽງ​ສັດ, ເຄື່ອງ​ປາ​ຂອງ​ດົງ, ຊົນ​ລະ​ປະ​ທານ, ຄວບ​ຄຸມ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ນ້ຳ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ພັດ​ທະ​ນາ​ລະ​ບົບ​ມູນ​ຄ່າການ​ປຸງ​ແຕ່ງ, ເພີ່ມ​ທະ​ວີ​ມຸນ​ຄ່າ​​ແຮ່ທາດ​ຢູ່ ລາວ. ພ້ອມ​ທັງ, ຊຸກ​ຍູ້​ການ​ຄ້າ​​ຂາຍຜະ​ລິດ​ຕະ​ພັນ​ກະ​ເສດ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ ແລະ ເງື່ອນ​ໄຂ​ພັດ​ທະ​ນາ​ເພື່ອ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ​ຕ່າງ​ຝ່າຍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກວິ​ວັດ​ການ​ຮ່ວມ​ມື.

ສ່ວນ​ທ່ານ ລິນຄໍາ ດວງສະຫວັນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ສ້າ​ງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ໄດ້, ພວມ ແລະ ຈະ​ລົງ​ທຶນ​ຢູ່ ລາວ, ທ່ານ​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ການ​ນຳ​ພັກ, ລັດ, ລັດ​ຖະ​ບານ ຫວຽດ​ນາມ… ສືບ​ຕໍ່​ເອົາ​ໃຈ​ໃສ່, ຊີ້​ນຳ​ການ​ຫັນ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ, ໝາກ​ຜົນ​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 48 ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ທະ​ວີ​ພາ​ຄີ ລະ​ຫວ່າງສອງ​ລັດ​ຖະ​ບານ ຫວຽດ​ນາມ - ລາວໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ສະ​ໜັບ​ສະ​ໜູນ​ເພື່ອ​ໃຫ້​ສອງ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອ​ມ ຫວຽດ​ນາມ - ລ​າວ ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮ່ວມ​ມື​ລະ​ຫວ່າງ​ສອງ​ກະ​ຊວງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ, ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ - ລາວ ເຂົ້າ​ສູ່​ລວງ​ເລິກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.