ຈາກ​ບັນ​ດາ​ຄຸ້ມ​ຖະ​ໜົນ​ທີ່​ມີຄຶກ​ຄື້ນ​ໄປ​ດ້ວຍ​ລົດ​​ຈັກ​ໄປ​ມາ​​ຢູ່ ຮ່າ​ໂນ້ຍ, ບັນ​ດາ​ສາຍ​ພູ​ຫີນ​ປູນ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ​ຂອງ ອ່າວ​ຮະ​ລອງ ຕະຫຼອດ​ຮອດ​​ຄວ​າມ​ງາມ​ແບບ​ງຽບ​ສະ​ຫງົບຂອງ​ເມືອງ​ເກົ່າ ເຫວ້ ແລະ ບັນ​ດາ​ເຍື່ອງ​ອາ​ຫານ​ແຄມ​ທາງ​ທີ່​ມີ​ລົດ​ຊາດແຊບ​ນົວ​ນັ້ນ, ຫວຽດ​ນາມ ນັບ​ມື້​ນັບ​ຢັ້ງ​ຢືນ​ໄດ້ຖາ​ນະ​ບົດ​ບາດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ໝາຍ​ປາຍ​ທາງ​ທີ່​ດູດ​ດື່ມ​ທີ່​ສຸດ​ໃນ​ອາ​ຊີ ໃນ​ສາຍ​ຕາ​ແຂກ​ທ່ອງ​ທ່ຽວ​ສາ​ກົນ. ບໍ່​ພຽງ​ແຕ່​ມີ​ຄວາມ​ດູດ​ດື່ມ​ຍ້ອນ​ທັດ​ສະ​ນີ​ຍະ​ພາບ ແລະ ມໍ​ລະ​ດົກ​ເທົ່າ​ນັ້ນ, ຫວຽດ​ນາມ ຍັງ​ພິ​ຊິດ​ແຂກ​ທ່ອງ​ທ່ຽວ​ດ້ວຍ​​ອາ​ຫານ​ການ​ກິນ​ທີ່ຫຼາກຫຼາຍ​ອີກ​ດ້ວຍ. ຕາມ​ໜັງ​ສື​ພິມ La Voix du Nord ແລ້ວ, ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສາຍ​ເຫດ​​ສຳ​ຄັນ​ທີ່​ສຸດ​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວຫຼາຍ​ຄົນ​ເລືອກ ຫວຽດ​ນາມເປັນ​ປະ​ເທດ​ມາ​ທ່ອງ​ທ່ຽວ. ໜັງ​ສື​ພິມ​ດັ່ງ​ກ່າວ​ກໍ​ຕີ​ລາ​ຄາ​ສູງ​ຄວາມ​ເປັນ​ມິດ, ຄວາມ​ສະ​ໜິດ​ສະ​ໜົມ, ຮັກ​ແພງ​ແຂກ​ຄົນ ແລະ ຄວາມເກົ້າ​ອົດ​ເກົ້າ​ເຍື້ອນ​ຂອງ​ຊາວ ຫວຽດ​ນາມ ອີກ​ດ້ວຍ.