ກອງປະຊຸມຖືກຈັດຂຶ້ນຕາມຮູບແບບເຊິ່ງໜ້າຢູ່ ອິນໂດເນເຊຍ ດ້ວຍການເຂົ້າຮ່ວມຂອງ 10 ປະເທດ ອາຊຽນ ແລະ ຄະນະເລຂາ ອາຊຽນ ແລະ ສົມທົບກັບຮູບແບບທາງໄກ ເຊື່ອມຕໍ່ກັບບັນດາຜູ້ແທນຢູ່ບັນດາປະເທດ ອາຊຽນ, ສ.ເກົາຫຼີ.
ທ່ານ ຈ້ຽວມິງລອງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ຮອງປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສ ຮັບຜິດຊອບຂໍ້ມູນກ່ຽວກັບ ອາຊຽນ (ພາບ: ictvietnam) |
ເຂົ້າຮ່ວມກອງປະຊຸມຈາກສະຖານທີ່ເຊື່ອມຕໍ່ ຫວຽດນາມ, ທ່ານ ຈ້ຽວມິງລອງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ຮອງປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສ ຮັບຜິດຊອບຂໍ້ມູນກ່ຽວກັບ ອາຊຽນ (SOMRI), ຖືວ່າ ໃນສະພາບການປັດຈຸບັນ, ຕ້ອງໝູນໃຊ້ທ່າແຮງຂອງເຕັກໂນໂລຢີເຕັກນິກດີຈີຕອນ ເພື່ອຊຸກຍູ້ຄວາມຮັບຮູ້ກ່ຽວກັບ ອາຊຽນ ແລະ ສີສັນ ອາຊຽນ.

