ກອງປະຊຸມປະຈຳໄລຍະສະພາຜູ້ວ່າການອົງການພະລັງງານປະລະມານູສາກົນ (ພາບ:VOV) |
ຄະນະຜູ້ແທນ ຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ, ຜູ້ວ່າການ, ຜູ້ຕາງໜ້າຫວຽດນາມ ປະຈຳ IAEA ເປັນຫົວໜ້າຄະນະ ໄດ້ຕັ້ງໜ້າເຂົ້າຮ່ວມກ່າວຄຳເຫັນ, ປຶກສາຫາລືໃນຫຼາຍຫົວຂໍ້ຂອງກອງປະຊຸມ, ພ້ອມກັບບັນດາປະເທດສະມາຊິກຂອງສະພາດັ່ງກ່າວໄດ້ປຶກສາຫາລືກ່ຽວກັບແຜນການເຄື່ອນໄຫວຂອງ IAEA ໃນປີ 2023. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ໄດ້ຢັ້ງຢືນແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍສະໜັບສະໜູນທັງສາມເສົາຄ້ຳຕົ້ນຕໍຂອງ ອົງການ IAEA ນັ້ນແມ່ນ ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງດ້ານນິວເຄຼຍ, ກວດສອບ ແລະ ນຳໃຊ້ພະລັງງານປະລະມານູນິວເຄຼຍ ເຂົ້າໃນເປົ້າໝາຍສັນຕິພາບ; ຫວຽດນາມ ກໍແບ່ງປັນຄວາມສົນໃຈຕໍ່ການຜັນແປສັບສົນກ່ຽວກັບດ້ານຄວາມໝັ້ນຄົງໃນປັດຈຸບັນ; ເຊີດຊູຫຼັກການເຈລະຈາ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດບັດ ສປຊ ແລະ ກົດໝາຍສາກົນ.

