ກອງປະຊຸມໄດ້ດຳເນີນການຕີລາຄາໝາກຜົນການເຄື່ອນໄຫວຂອງ ICAPP 2019, ແລກປ່ຽນແຜນການຊຸກຍູ້ການຮ່ວມມືລະຫວ່າງບັນດາພັກການເມືອງອາຊີ ແລະ ບັນດາການເຄື່ອນໄຫວມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 20 ປີ ແຫ່ງວັນສ້າງຕັ້ງ ICAPP (2000 - 2020).

ຄະນະຜູ້ແທນພັກກອມມູນິດຫວຽດນາມ ໄດ້ເຂົ້າຮ່ວມແລະ ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວຂອງ ຄະນະກຳມະການປະຈຳການ ICAPP ແລະ ກອງປະຊຸມສຳມະນາ ICAPP, ພົບປະກັບຫຼາຍພັກການເມືອງໃນພາກພື້ນເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່ແລະ ຮ່ວມມືລະຫວ່າງບັນດາພັກການເມືອງ ເພື່ອ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການໃນການປັບຕົວໃຫ້ແທດເໝາະກັບສະພາບການຕ່າງໆ.

ໃນຫຼາຍປີມານີ້, ພັກກອມມູນິດ ຫວຽດນາມໄດ້ເຂົ້າຮ່ວມ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນການຜັນຂະຫຍາຍເປົ້າໝາຍຕ່າງໆຂອງ ICAPP ແລະ ໄດ້ຮັບການເລືອກຕັ້ງເປັນກຳມະການຂອງ ຄະນະກຳມະການປະຈຳການ ICAPP.