ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ
(ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ, ສັນຕິພາບ ແລະ ສະຖຽນລະພາບແມ່ນເງື່ອນໄຂຕັດສິນຊີ້ຂາດ ເພື່ອຊອກຫາມາດຕະການໃຫ້ແກ່ບັນດາສິ່ງທ້າທາຍທົ່ວໂລກ ແລະ ບັນດາປະເທດສະມາຊິກ ສປຊ, ຕ້ອງປະຕິບັດຕາມກົດໝາຍສາກົນ, ກົດບັດ ສປຊ, ຈົ່ງລະຫງັບໃຈໃນການນຳໃຊ້ອາວຸດ ຫຼື ແກ້ໄຂການຂັດແຍ້ງກັນໂດຍສັນຕິວິຖີ.

ກ່າວກັບກອງປະຊຸມສຸດຍອດ ອະນາຄົດ ເຊິ່ງແມ່ນການ ບຸລິມະສິດ ຂອງ ສປຊ ໃນປີ 2024 ທ່ານ ດັ່ງຮ່ວາງຢາງ ຖືວ່າ ນີ້ແມ່ນໂອກາດ ເພື່ອເພີ່ມທະວີການຮ່ວມມືສາກົນ, ປ່ຽນແປງໃໝ່ ແລະ ປະຕິບັດຄຳໝັ້ນສັນຍາລວມຂອງປະຊາຄົມສາກົນ ເພື່ອສັນຕິພາບ, ວັດທະນາຖາວອນ ແລະ ການພັດທະນາແບບຍືນຍົງໃຫ້ອະນາຄົດ.