ດ້ວຍຂອບຂະໜາດ, ພື້ນຖານອຸດສາຫະກຳ, ໂຄງປະກອບປະຊາກອນ ແລະ ຕະຫຼາດບໍລະໂພກ ນັບມື້ນັບເປີດກວ້າງ, 5 ພື້ນຖານເສດຖະກິດ ລວມມີ: ມາເລເຊຍ, ອິນໂດເນເຊຍ, ໄທ, ຫວຽດນາມ ແລະ ຟີລິບປິນ ພວມກຳນົດຄືນຖານະບົດບາດຢູ່ອາຊີຕາເວັນອອກສ່ຽງໃຕ້ໃນແຜນທີ່ທຶນທົ່ວໂລກກໍ່ຄືວົງຈອນເຕີບໂຕຕໍ່ໄປຂອງ ອາຊຽນ. ໃນນັ້ນ, ຫວຽດນາມ ພົ້ນເດັ່ນຂຶ້ນຄືໜຶ່ງໃນບັນດາກຳລັງໜູນຢ່າງແຮງທີ່ສຸດໃນການເຕີບໂຕເສດຖະກິດ. ນີ້ໄດ້ຮັບການຕີລາຄາຂອງນັກເສດຖະກິດທົ່ວໂລກ Shan Saeed ຂຶ້ນກັບກຸ່ມບໍລິສັດເຕັກໂນໂລຢີອາສັງຫາລິມະສັບ IQI Juwai ຢູ່ມາເລເຊຍ.
ຕາມທ່ານ ແລ້ວ, ເສດຖະກິດ ຫວຽດນາມມີການເຕີບໂຕ 8,39%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ນຳການເຕີບໂຕໃນໄລຍະ 6 ເດືອນຕົ້ນປີ 2026 ຂຶ້ນເຖິງ 8,18%. ໃນຂະນະທີ່ການເຕີບໂຕຂອງ 4 ພື້ນຖານເສດຖະກິດຍັງເຫຼືອຕ່ຳກວ່າ 5,8%. ສານຢ່າງຈະແຈ້ງທີ່ວ່າ: ຫວຽດນາມ ພວມກ້າວເຂົ້າສູ່ 6 ເດືອນທ້າຍປີ ດ້ວຍອັດຕາການເຕີບໂຕກະໂດດຂັ້ນ.
