ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN) |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໃຫ້ຮູ້ວ່າ ຫວຽດນາມ ມີຄວາມວິຕົກກັງວົນຢ່າງແທ້ຈິງ ຕໍ່ການປີນຂັ້ນໄດໃນຄວາມເຄັ່ງຕຶງ, ການໃຊ້ຄວາມຮຸນແຮງ ແລະ ການປະທະກັນນຳໃຊ້ອາວຸດ ອັນໄດ້ເຮັດໃຫ້ທັງສອງຝ່າຍ ປາແລັດສະຕິນ ແລະ ອິດສະຣາແອັນ ມີຜູ້ເສຍຊີວິດ ແລະ ຮັບບາດເຈັບ. ຫວຽດນາມ ກ່າວປະນາມການກະທຳໃຊ້ຄວາມຮຸນແຮງ ແລະ ການນຳໃຊ້ອາວຸດເກນຄວາມຈຳເປັນສຳລັບສາມັນຊົນ. ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ບັນດາຝ່າຍທັງໝົ້ດ ຈົ່ງຢຸດຕິການໃຊ້ຄວາມຮຸນແຮງໃນທັນທີ, ຈົ່ງອົດກັ້ນຢ່າງ ແລະ ຫຼີກລ້ຽງບັນດາການກະທຳ ກໍຄື ຄຳຖະແຫຼງທີ່ເຮັດໃຫ້ສະພາບການເຄັ່ງຕຶງຂຶ້ນຕື່ມ. ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍ ຈົ່ງແກ້ໄຂການປະທະກັນໂດຍສັນຕິວິທີ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ບໍ່ບຸກໂຈມຕີໃສ່ບັນດາພື້ນຖານໂຄງລ່າງທີ່ຈຳເປັນຂອງປະຊາຊົນ.

