ຫວຽດນາມ - ກຳລັງໜູນໃຫ້ແກ່ສັງກາດເຕີບໂຕໃໝ່. ນີ້ແມ່ນຫົວຂໍ້ຂອງວັນບຸນຕະຫຼາດທຶນຫວຽດນາມ 2026 ທີ່ໄດ້ດຳເນີນໃນວັນທີ 11 ກັນຍາຢູ່ລອນດອນ, ອັງກິດ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການເງິນ ຫງວຽນດຶກຈີ ຕີລາຄາວ່າ ການເຂົ້າຮ່ວມຢ່າງຫຼວງຫຼາຍຂອງບັນດານັກລົງທຶນ ແລະ ອົງການການເງິນແຖວໜ້າອັງກິດແມ່ນພະຍານຫຼັກຖານຢ່າງຈະແຈ້ງໃຫ້ແກ່ຄວາມເອົາໃຈໃສ່ທີ່ນັບມື້ນັບໃຫຍ່ຂອງປະຊາຄົມການເງິນສາກົນຕໍ່ ຫວຽດນາມ, ຈຸດນັດພົບການລົງທຶນທີ່ມີໄຫວພິບ, ດຶງດູດໃຈ ແລະ ມີຄວາມສາມາດບົ່ມຊ້ອນຂອງພາກພື້ນ ແລະ ໂລກ.
ແປ່ງບັນກ່ຽວກັບການຮ່ວມມືຄຸ້ມຄອງ ແລະ ພັດທະນາຕະຫຼາດທຶນ ຫວຽດນາມ, ທ່ານ Dom Holland, ຫົວໜ້າອົງການຕິດຕາມກວດກາຕະຫຼາດ, ອົງການຄຸ້ມຄອງການເງິນ ລາຊະອານາຈັກ ອັງກິດ (FCA), ໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມຢັ້ງຢືນຖານະບົດບາດ ແມ່ນໜຶ່ງໃນບັນດາຕະຫຼາດທຶນສຳຄັນ, ດຶງດູດຄວາມສົນໃຈໃຫຍ່ຢູ່ ອາຊີ. ຜູ້ຕາງໜ້າ FCA ຢັ້ງຢືນ FCA ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການຕົວຈິງ ແລະ ຊຸກຍູ້ການຮ່ວມມືກັບ ຫວຽດນາມເພື່ອເປົ້າໝາຍພັດທະນາແບບຍືນຍົງ.
