ຕອນ​ບ່​າຍ​ວັນ​ທີ 9 ຕຸ​ລາ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ສົມ​ກຽດ​ຢູ່​ວັງ​ສັນ​ຕິ​ພາບ ທີ່ນະ​ຄອນຫຼວງ ພະ​ນົມ​ເປັນ, ກຳ​ປູ​ເຈຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫວຽດ​ນາມ ເລ​ມິງ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ໄດ້​ດຳ​ເນີນ​ການ​​ໂອ້​ລົມເຈ​ລະ​ຈາ.

ທີ່​ການ​ໂອ້​ລົມ​ເຈ​ລະ​ຈາ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ, ສ້າງ​ພື້ນ​ຖ​ນາ​ອັນ​ໝັ້ນ​ແກ່ນ​ເພື່ອ​ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ ໃຫ້​ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ, ແທ້​ຈິງ ແລະ ຍືນ​ຍົງ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ທ່ານກໍ່​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ປະ​ສົ​ມ​ປະ​ສານ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ທາງ​ສັງ​ຄົມ ຢູ່​ແຕ່​ລ​ະ​ປະ​ເທດ.

ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ, ສອ​ງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ​ເປັນ 20 ຕື້ USD ໃນ​ໄລ​ຍະ​ຈະ​ມາ​ເຖິງ. ສອງ​ຝ່າຍ​ຈະ​ປະ​ສານ​ສົມ​ທົບ​ຈັດ​​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ປີ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ 2027, ສະ​ເຫຼີມ​ສະຫຼອງ 60 ປິ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງສອງ​ປະ​ເທດ (24/6/1967-24/6/2027).

ພາຍຫຼັງ​ການ​ໂອ້​ລົມ​ເຈ​ລະ​ຈາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Hun Manet ເປັນ​​ສັກ​ຂີ​ພິ​ຍານ​ພິ​ທີ​ມອບຮັບ​ເອ​ກະ​ສານ​ຮ່ວມ​ມື​ສອງ​ຝ່າຍ 6 ສະ​ບັບ​ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ, ການ​ປ້ອງ​ກັນ​ຕ້ານ​ຢາ​ເສັບ​ຕິດ, ການ​ຄ້າ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ.

ແຕ່​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົ​ຕ​ນີ ກຳ​ປູ​ເຈຍ Hun Manet ໄດ້​ເປັນ​ປະ​ທານ​ຮ່ວມ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ຫວຽດ​ນາມ - ກຳ​ປູ​ເຈຍ 2026. ຢູ່​ເວ​ທີ​ປາ​ໄສ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ:

ສອງ​ລັດ​ຖະ​ບານ​ສືບ​ຕໍ່​ສຳຫຼວດກວດ​ກາ, ຫັນ​ລະ​ບຽບ​ການ​ລົງ​ທຶນ​, ທີ່​ດິນ, ການ​ເຂົ້າ​ອອກ​ເມືອງ, ພາ​ສີ​ອາ​ກອນ ແລະ ການກັກ​ກັນ​ພະ​ຍາດ ເປັນ​ງ່າຍ​ດາຍ; ຮັກ​ສາ​ກົນ​ໄກ​ໂອ້​ລົມ​ສົນ​ທະ​ນາ​ເປັນ​ປະ​ຈຳ​ລະ​ຫວ່າງ​ລັດ​ຖະ​ບານ ແລະ ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ຢ່າງ​ໜ້ອຍ​ສຸດ​ປີ​ລະ​ເທື່ອ ເພື່ອ​ແກ້​ໄຂ​ທຸກ​ຂໍ້​ຂັດ​ແຍ້ງ​ຢ່າງ​ທັນ​ການ. ສຸມ​ໃສ່​ໃຫ້​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ເຄືອ​ຂ່າຍ​ເສັ້ນ​ທາງ​ຄວາມ​ໄວ​ສູງ, ເສັ້ນ​ທາ​ງ​ລົດ​ໄຟ ແລະ ເສັ້ນ​ທາງ​ນ້ຳ​ພາຍ​ໃນ; ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ກໍ່​ສ້າງ​ເສັ້ນ​ທາງ​ຄວາມ​ໄວ​ສູງ ນະ​ຄອນ ໂຮ່​ຈີ​ມິນ - ມົກ​ບ່າຍ - ບາ​ເວດ - ພະ​ນົມ​ເປັນ…