ທັງ​ຄູ​ສອນ ແລະ ນັກ​ຮຽນ​ທິມ​ຊາດ​ຫວຽດ​ນາມ ລ​້ວນ​ແຕ່​ຄ້​ວາ​ໄດ້​ຫຼຽນ​ທີ​ການ​ແຂ່ງ​ຂັນ Olympic ເສດ​ຖະ​ກິດ​ສາ​ກົນ (IEO) 2026 ຈັດ​ຂຶ້ນ​ຢູ່​ນະ​ຄອນ ເຊິນ​ເຈິ້ງ, ຈີນ ແຕ່​ວັນ​ທີ 12 ກໍ​ລະ​ກົດ ຫາ​ວັນ​ທີ 20 ກໍ​ລະ​ກົດ 2026. ສອງ​ຫຼຽ​ນ​ທອງ​ຂອງ​ທິມ​ຊາດ ຫວຽດ​ນາມ ໂດຍ​ນ້ອງ ຫງວຽນ​ແທັງ​ຈຸກ ແລະ ນ້ອງ​ຮ່​ວາງ​ດຶກ​ມິງ​ຄ້​ວາ​ໄດ້; ໃນ​ການ​ແຂ່ງ​ຂັ້ນ​ IEO ໂດຍ​ກົງ​ຄັ້ງ​ທຳ​ອິດ. ພິ​ເສດ, ນອກ​ຈາກ​ບັນ​ດາ​ນັກ​ຮຽນ, ຄູ​ສອນ ຫງວຽນ​ແທັງ​ເຕິມ ມີ​ຄວາມ​ເປັນ​ກຽດ​ໄດ້​ຮັບ​ລາງວັນ “ຄູ​ສອນ​ຄ້​ວາ​ໄດ້​ລາງວັນ​ສູງ​ທີ່​ສຸດ​ກ່ຽວ​ກັບ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ສິດ​ສອນ​ເສດ​ຖະ​ກິດ”. ຜົນ​ງານ​ນີ້​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ສ່ວນ​ບຸກ​ຄົນ​ຂອງ​ພວກ​ນ້ອງໆ ແລະ ໂຮງ​ຮຽນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສິ່ງ​ພິ​ສູດ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຄຸນ​ນະ​ພາບ​ການ​ສຶກ​ສາ ຫວຽດ​ນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ຢັ​້ງ​ຢືນ​ບົນ​ເວ​ທີ​ສາ​ກົນ.