ທ່ານປະລິນຍາເອກ Tan Khee Giap, ປະທານຄະນະກຳມະການແຫ່ງຊາດກ່າວຄຳເຫັນໄຂເວທີປາໄສ (ພາບ: TTXVN) |
ຫົວຂໍ້ຕົ້ນຕໍຂອງບັນດາການປຶກສາຫາລືຢູ່ເວທີປາໄສແມ່ນ ລັກສະນະແກ້ງແຍ້ງດ້ານເສດຖະກິດ ແລະ ສະມັດຕະພາບແຮງງານທີ່ໄດ້ຮັບການດັດປັບຕາມຄຸນນະພາບຂອງບັນດາພື້ນຖານເສດຖະກິດ ອາຊຽນ, ຈີນ ແລະ ອິນເດຍ.
ຕອບສຳພາດຕໍ່ນັກຂ່າວຂອງສຳນັກຂ່າວສານ ຫວຽດນາມ ກ່ຽວກັບລັກສະນະແກ້ງແຍ້ງຂອງພື້ນຖານເສດຖະກິດ ຫວຽດນາມ, ທ່ານປະລິນຍາເອກ Tan Khee Giap, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການຮ່ວມມືເສດຖະກິດປາຊີຟິກ ຂອງສິງກະໂປ, ໄດ້ຊີ້ແຈ້ງວ່າໃນການ ຈັດອັນດັບປະຈຳປີກ່ຽວກັບລັກສະນະແກ້ງແຍ້ງດ້ານເສດຖະກິດຂອງ 10 ປະເທດ ອາຊຽນ, ຫວຽດນາມ ຢືນຢູ່ອັນດັບທີ 7 ໃນໄລຍະຍາວ. ພ້ອມທັງຖືວ່າ ຫວຽດນາມຕ້ອງມານະພະຍາຍາມໃຫ້ຫຼາຍກ່ວາອີກ, ພິເສດໃນການສ້າງຕັ້ງບັນດາເຂດເສດຖະກິດພິເສດ.

