ທີ່​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ບໍ​ລ​ິ​ສັດ​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຢີ​ສູງ ຈຸງ​ອານ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ແລະ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກົດ​ດີ​ວົວ Patrick Achi ໄດ້​ລົງ​ຢ້ຽມ​ຢາມ​ລະ​ບົບ silo ບັນ​​ຈຸ​ເຂົ້າ​ສານ, ໂຮງ​ງານສີ​ເຂົ້າ , ຕ່ອງ​ໂສ້​ຫຸ້ມ​ຫໍ່​ເຂົ້າ​ສານ ແລະ ເຂດ​ທ່າ​ກຳ​ປັ່ນ​ຢູ່​ແຄມ​ແມ່​ນ້ຳ​ຂອງ; ຢ້ຽມຊົມ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເຂົ້າ​ສານ ແລະ ຜະ​ລິດ​ຕະ​ພັນ​ປຸງ​ແຕ່ງ​ຈາກ​ເຂົ້າ​ສານ​ຂອງ​ບໍ​ລິ​ສັດ; ຢ້ຽມ​ຢາມ​ທົ່ງ​ນາ​ປູກ​​ແນວ​ພັນ​ເຂົ້າ​ທີ່​ໄດ້​ສະ​ມັດ​ຕະ​ພາບ​ສູງ​ຍາມ ​ລະ​ດູ​​ຮ້ອນ - ໃບ​ໄມ້ຫຼົ່ນ 2026.

ທີ່​ການ​ລົງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ບໍ​ລິ​ສັດ Caseamex, ວິ​ສາ​ຫະ​ກິ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ຂົງ​ເຂດ​ສິນ​ໃນ​ນ້ຳ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກົດ​ດີ​ວົວ ໃຫ້​ຮູ້​ວ່າ ອາບ​ຟ​ຼິກ​ກາ​ເວົ້າ​ລວມ ແລະ ອາບ​ຟ​ຼິກ​ກາ​ຕາ​ເວັນ​ຕົກ​ເວົ້າ​ສະ​ເພາະ​ຈະ​ແມ່ນ​ຕະຫຼາດ​ທີ່​ມີ​ຄວາມສາ​ມາດ​ບົ່ມ​ຊ້ອນ​ເພື່ອ​ໃຫ້​ບັນ​ດາ​ຜະ​ລິດ​ຕະ​ພັນ​ກໍ່​ຄື​ເຕັກ​ໂນ​ໂລ​ຢີ​ຂອງ ຫວຽດ​ນາມ​ເຂົ້າ​ເຖິງ. ທ່ານ Patrick Achi ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກົດ​ດີ​ວົວ ​ປາດ​ຖະ​ໜາວ່າ ຫວຽດ​ນາມ ຈະ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ນຳ​ໜ້າ, ມີ​ໜ້າ​ຢູ່​ຕະຫຼາດ​ກົດ​ດີ​ວົວ​ໂດຍ​ໄວ ເພື່ອ​ໝູນ​ໃຊ້​ບັນ​ດາ​ທ່າ​ໄດ້​ປຽບ​ໃຫ້​ດີ​ທີ​ສຸດ​ບໍ່​ພຽງ​ແຕ່​ໃນ​ການ​ເຄື່ອນ​ໄຫວ​ດ້ານການ​ຄ້າ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ການ​ລົງ​ທຶນ ແລະ ຜະ​ລິດ​ອີກ​ດ້ວຍ.